ເປີດສະຫຼອງສາຍກາບໃຕ້ທະເລ 110KV ລະຫວ່າງ ຮ່າຕຽນ-ຟູ໋ກວກ

ເປີດສະຫຼອງສາຍກາບໃຕ້ທະເລ 110KV ລະຫວ່າງ ຮ່າຕຽນ-ຟູ໋ກວກ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ເຂົ້າຮ່ວມພິທີ
(ພາບ: Nguyen Cong Thanh)

(vovworld) - ວັນທີ 6/2, ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ (EVN) ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ໂຄງການ​ສາຍ​ກາບ​ໃຕ້​ທະ​ເລ 110Kv ລະຫວ່າງ​ຮ່າ​ຕຽນ - ຝູ໋ກວກ ຢູ່​ຕາ​ແສງ ​ເຢືອງ​ເຕີ, ​ເມືອງ ຟູ໋ກວກ, ​ແຂວງ ກຽນ​ຢາງ.

    ​ໂຄງການ​ສາຍ​ກາບ​ໃຕ້​ທະ​ເລ 110 KV ລະຫວ່າງ ຮ່າ​ຕຽນ  ຟູ໋ກວກ ມີ​ຍອດ​ເງິນ​ລົງທຶນ​ກ່ວາ 2.000 ຕື້​ດົ່ງ, ​ໄດ້​ເລີ່​ມລົງ​ມື​ກໍ່ສ້າງ​ນັບ​ແຕ່​ວັນ​ທີ 17/11/2013 ​ແລະ ສະໜອງ​ໄຟຟ້າ​​ໃຫ້ ຟູ໋ກວກ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 2/2/2014.

    ​ໂຄງການ​​ກໍ່ສ້າງ​ສຳ​ເລັດ ໄດ້ຊ່ວຍ​ໃຫ້​ປະຊາຊົນ ​ແລະ ບັນດາ​ວິ​ສາ​ຫະກິດ​ໃນ​ເມືອງ​ເກາະ ຟູ໋ກວກ ​​ນຳ​ໃຊ້​ໄຟຟ້າ​ຢ່າງ​ປອ​ດ​ໄພ, ​ເປັນ​ປົກກະຕິ ​ແລະ ປະຢັດ​ກ່ວາ 200 ຕື້​ດົ່ງ.

    ສາຍ​ກາບ​ມີ​ຄວາມ​ຍາ​ວ​ເກືອບ 58 ກມ. ​ເລີ່​ມຈາກ​ຕາ​ແສງ ທ້ວນອຽນ, ​ເທດສະບານ ຮ່າ​ຕຽນ ​​ເຖິງ​ຕາ​ແສງ ຮ່າ​ມນິງ, ​ເມື​ອງ ຟູ໋ກວກ

   

ຂ່າວ/ບົດ​ອື່ນ