ເປີດສະຫຼອງຮູບປັ້ນປະທານໂຮ່ຈິມິນ ແລະ ນັກວິລະຊົນແຫ່ງຊາດຟີລິບປີນ ໂຣຊີ ຣີຊານ

(VOVWORLD) -ວັນທີ 2 ພຶດສະພາ,  ໄດ້ຈັດພິທີເປີດສະຫຼອງຮູບປັ້ນປະທານໂຮ່ຈິມິນ ແລະ ນັກວິລະຊົນແຫ່ງຊາດຟີລິບປີນ ໂຣຊີ ຣີຊານ ໃນບໍລິເວນ ມະຫາວິທະຍາໄລທ້າຍງວຽນ
ເປີດສະຫຼອງຮູບປັ້ນປະທານໂຮ່ຈິມິນ ແລະ ນັກວິລະຊົນແຫ່ງຊາດຟີລິບປີນ ໂຣຊີ ຣີຊານ - ảnh 1 ພິທີເປີດສະຫຼອງຮູບປັ້ນປະທານໂຮ່ຈິມິນ ແລະ ນັກວິລະຊົນແຫ່ງຊາດຟີລິບປີນ ໂຣຊີ ຣີຊານ 

ວັນທີ 2 ພຶດສະພາ,  ຢູ່ແຂວງ ທ້າຍງວຽນ, ສະຖານທູດຟີລິບປິນປະຈຳຫວຽດນາມ ສົມທົບກັບສະມາຄົມມິດຕະພາບຫວຽດນາມ-ຟິລີບປິນ ແລະ ມະຫາວິທະຍາໄລທ້າຍງວຽນ ໄດ້ຈັດພິທີເປີດສະຫຼອງຮູບປັ້ນປະທານໂຮ່ຈິມິນ ແລະ ນັກວິລະຊົນແຫ່ງຊາດຟີລິບປີນ ໂຣຊີ ຣີຊານ ໃນບໍລິເວນ ມະຫາວິທະຍາໄລທ້າຍງວຽນ. 2 ຮູບປັ້ນນີ້ ໂດຍແມ່ນຈິດຕະກອນ ຫງວຽນແມ້ງດຶກ ປະຕິບັດ. ນີ້ແມ່ນພະຍານຫຼັກຖານຢັ້ງຢືນແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຊຶ່ງໄດ້ຮັບການສ້າງຕັ້ງເມື່ອປີ 2015 ແລະ ການຮ່ວມມືທາງດ້ານການສຶກສາຢ່າງເລິກເຊິ່ງລະຫວ່າງ 2 ປະເທດຫວຽດນາມ-ຟິລິບປີນ. 

ຕອບກັບ

ຂ່າວ/ບົດ​ອື່ນ