ເປີດສະຫຼອງເຄືອຂ່າຍຮັບປະກັນຊີວິດ ສັງຄົມໃນເວັບໄຊຄວາມຮູ້ແທ໋ງຢ່ອງ

ເປີດສະຫຼອງເຄືອຂ່າຍຮັບປະກັນຊີວິດ ສັງຄົມໃນເວັບໄຊຄວາມຮູ້ແທ໋ງຢ່ອງ - ảnh 1
ມອບລົດເຂັນໃຫ້ແກ່ນັກຮຽນພິການ
ແຕ່ຮຽນເກັ່ງ
(ພາບ: vnexpress.net)

(vovworld) – ຕອນ​ເຊົ້າ​ວັນ​ທີ 13/3, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຈັດ​ພິທີ​ເປີ​ດ​ສະຫຼອງເຄືອ​ຂ່າຍ​ຮັບປະກັນ​ຊີວິດ​ສັງ​ຄົມ​ໃນ​​ເວັບ​ໄຊ​ຄວາມ​ຮູ້​ແທ໋ງຢ່ອງ​ ດ້ວຍ​ລະຫັດ: Ansinhxahoi.thanhgiong.vn. ​ເຄືອ​ຂ່າຍ​ຮັບປະກັນ​ຊີວິດ​ສັງ​ຄົມ​ແມ່ນ​ແຫ່ງເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​​ເປົ້າ​ໝາຍ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ, ພວມ​ຕ້ອງການ​​ໄດ້​ຮັບການ​ຊ່ວຍ​ເຫຼືອ, ທັງ​ກໍ​ແມ່ນ​ບ່ອນ​ເຊື່ອມ​ຕໍ​ບັນດາ​ຜູ້​ທີ່​ມີ​ໃຈ​ບຸນ​ໃຈ​ກູ້​ສົນ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ທີ່​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຄື່ອນ​ໄຫວ​ເພື່ອ​ວົງ​ຄະນະ​ຍາດ. ອ້າຍ​ຫງວຽນ​​ເຟືອ​ກ​​ລົກ, ປະທານ​ສະຫະພັນ​ຊາວ​ໜູ່ນຫວຽນາມ ​ໃຫ້​ຮູ້​ວ່າ:

“​ເຄືອ​ຂ່າຍ​ຮັບປະກັນ​ຊີວິ​ດສັງ​ຄົມ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຄື​ອຂ່າຍ​ການ​​ເຄື​່ອນ​ໄຫວ, ດັ່ງ​ນັ້ນ, ​ເມື່ອ​ມີ​ຂໍ້​ມູນ​ຂ່າວສານ ພວກ​ເຮົາ​ຈະ​ເຊື່ອມ​ຕໍ ​ແລະ ຈັດ​ຕັ້ງ​ບັນດາ​ລາຍການ​ເຄື່ອນ​ໄຫວ​ຄື: ການ​ເຄື່ອນ​ໄຫວອາສາ​ສະໝັກ​ລະດູ​ໜາວ, ການ​ການ​ເຄື່ອນ​ໄຫວ​ເພື່ອ​ສຸຂະພາບ​ວົງ​ຄະນະ​ຍາດ.​.​.​ ຈາກ​ນັ້ນ​ພວກ​ເຮົາ​ຮຽກຮ້ອງ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນະ​ຍາດ​​ເພື່ອ​ຊ່ວຍ​ເຫຼືອ​ກໍ່ສ້າງ​ ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຂົວ​ທາງຄົມມະນາຄົມ​​ເຂດ​ຊົນນະ​ບົດ ​ແລະ ອື່ນໆ..”

​        ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດຕັ້ງ​ໄດ້​ມອບ​ລົດ​ເຂັມ 10 ຄັນ​ໃຫ້​ແກ່​ຊາວ​ໜຸ່ມ​ພິການ, ປະສົມ​ກັບ​ຄວາມ​ຫຍູ້​ງຍາກ, ​ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ​​ແຕ່​ຮຽນ​ເກັ່ງ 20 ຄົນ, ມອບຂອງ​ຂັວນ​ໃຫ້​ແກ່​ເດັກນ້ອຍ​ຕິດ​ທາດ​ຜິດ​ສີ​ສົ້ມ ດີ​ໂອ​ຊິນ 10 ຄົນ . ນີ້​ແມ່ນ​ບັນດາ​ບຸກຄົນ​ທຳ​ອິດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເຄືອ​ຂ່າຍ​ຮັບປະກັນ​ຊີວິດ​ສັງ​ຄົມ​ນີ້.

ຂ່າວ/ບົດ​ອື່ນ