ເປີດສະຫຼອງເສັ້ນທາງລົດໄຟຂົນສົ່ງສາກົນຢູ່ສະຖານີລົດໄຟ ແກບ, ບັກຢາງ

(VOVWORLD) -ເລື່ອງເພີ່ມສະຖານີລົດໄຟ ແກບ ກາຍເປັນສະຖານີລົດໄຟຂົນສົ່ງສາກົນ ໃນຕໍ່ໜ້າ ແມ່ນແກ້ໄຂສະພາບສິນຄ້າຕິດຂ້າງຢູ່ເຂດຊາຍແດນ ຫວຽດນາມ - ຈີນ, ຊ່ວຍຫຼຸດຜ່ອນເວລາສິນຄ້າຜ່ານແດນ.
ເປີດສະຫຼອງເສັ້ນທາງລົດໄຟຂົນສົ່ງສາກົນຢູ່ສະຖານີລົດໄຟ ແກບ, ບັກຢາງ - ảnh 1ເປີດສະຫຼອງ ສະຖານີລົດໄຟ ແກບ
(ພາບ: baotainguyenmoitruong)

ວັນທີ 18 ກຸມພາ, ຂະແໜງລົດໄຟໄດ້ເປີດສະຫຼອງຢ່າງເປັນທາງການ ສະຖານີລົດໄຟ ແກບ (ເທດສະບານ ແກບ, ເມືອງ ລ້າງຢາງ, ແຂວງ ບັກຢາງ) ຂົນສົ່ງສິນຄ້າສາກົນດ້ວຍລົດໄພເຂົ້າເຄື່ອນໄຫວ. ຕາມບໍລິສັດໃຫຍ່ລົດໄຟ ຫງວຽດນາມ ແລ້ວ, ເລື່ອງເພີ່ມສະຖານີລົດໄຟ ແກບ ກາຍເປັນສະຖານີລົດໄຟຂົນສົ່ງສາກົນ ໃນຕໍ່ໜ້າ ແມ່ນແກ້ໄຂສະພາບສິນຄ້າຕິດຂ້າງຢູ່ເຂດຊາຍແດນ ຫວຽດນາມ - ຈີນ, ຊ່ວຍຫຼຸດຜ່ອນເວລາສິນຄ້າຜ່ານແດນ. ໃນໄລຍະຍາວ, ຈະສ້າງຄວາມສະດວກໃຫ້ການສ້າງຂົວຕໍ່ຂົນສົ່ງສິນຄ້າໃຫ້ແກ່ແຂວງ ບັກຢາງ ແລະ ບັນດາແຂວງໃກ້ຄຽງ, ຫຼຸດຜ່ອນລາຍຈ່າຍ logistics ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ນຳເຂົ້າສິນຄ້າຢ່າງໄວ, ສະດວກ. ພາຍຫຼັງພິທີເປີດສະຫຼອງ, ບໍລິສັດໃຫຍ່ລົດໄຟ ຫວຽດນາມ ຈະຈັດການເຄື່ອນໄຫວສ້າງກຸ່ມລົດໄຟ ແລະ ຕ້ອນຮັບລົດໄຟຂົນສົ່ງສິນຄ້າສາກົນ ຈາກບັນດາປະເທດ ເອີລົບ, ຈີນ, ລັດເຊຍ, ມົງໂກນ… ຢູ່ສະຖານີລົດໄຟ ແກບ.

ຕອບກັບ

ຂ່າວ/ບົດ​ອື່ນ