ເປີດສະຫຼອງໂຮງງານໄຟຟ້າໃຊ້ພະລັງງານແສງຕາເວັນໃຫຍ່ສຸດອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ນີ້ແມ່ນໂຮງງານໄຟຟ້າໃຊ້ະລັງງານແສງຕາເວັນໃຫຍ່ສຸດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍຍອດເງິນລົງທຶນກ່ວາ 500 ລ້ານ USD, ປະກອບສ່ວນນຳແຂວງ ນິງທ້ວນ ກາຍເປັນສູນພະລັງງານຜະລິດຄືນໃໝ່ຂອງປະເທດຊາດ, ປະກອບສ່ວນແກ້ໄຂສະພາບຂາດໄຟຟ້າຂອງ ຫວຽດນາມ. 
ເປີດສະຫຼອງໂຮງງານໄຟຟ້າໃຊ້ພະລັງງານແສງຕາເວັນໃຫຍ່ສຸດອາຊີຕາເວັນອອກສ່ຽງໃຕ້ - ảnh 1ເປີດສະຫຼອງໂຮງງານໄຟຟ້າໃຊ້ພະລັງງານແສງຕາເວັນໃຫຍ່ສຸດອາຊີຕາເວັນອອກສ່ຽງໃຕ້ (ພາບ: VGP)

  ຕອນຄ່ຳວັນທີ 12 ຕຸລາ, ຢູ່ເມືອງ ທ້ວນນາມ, ແຂວງ ນິງທ້ວນ, ບໍລິສັດຫຸ້ນສ່ວນການລົງທຶນ ແລະ ກໍ່ສ້າງ ຈູງນາມ (Trungnam Group) ໄດ້ຈັດຕັ້ງພິທີເປີດສະຫຼອງໂຄງການສະຖານີປັບໄຟຟ້າ 500kv ແລະ ສາຍສົ່ງໄຟຟ້າ 220/500kV ເຊື່ອມຕໍ່ກັບໂຮງງານໄຟຟ້າໃຊ້ພະລັງງານແສງຕາເວັນ ຈູງນາມທ້ວນນາມ 450 MW ຢູ່ຕາແສງ ເຟືອກມິງ, ເມືອງ ທ້ວນນາມ, ແຂວງ ນິງທ້ວນ. ນີ້ແມ່ນໂຮງງານໄຟຟ້າໃຊ້ະລັງງານແສງຕາເວັນໃຫຍ່ສຸດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍຍອດເງິນລົງທຶນກ່ວາ 500 ລ້ານ USD, ປະກອບສ່ວນນຳແຂວງ ນິງທ້ວນ ກາຍເປັນສູນພະລັງງານຜະລິດຄືນໃໝ່ຂອງປະເທດຊາດ, ປະກອບສ່ວນແກ້ໄຂສະພາບຂາດໄຟຟ້າຂອງ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນ ແຂວງ ນິງທ້ວນ ລືວຊວັນຫວີງ ໃຫ້ຮູ້ວ່າ:

        “ນີ້ແມ່ນໜຶ່ງໃນບັນດານະໂຍບາຍສຳຄັນ ແລະ ຕັດສິນໃຫ້ການກຳນົດທິດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງຂອງແຂວງ ໃນຊຸມປີຜ່ານມາ ແລະ ຊຸມປີຈະມາເຖິງ. ໂຄງການພະລັງງານຜະລິດຄືນໃໝ່ຫລາຍແຫ່ງ ພວມໄດ້ຮັບການລົງທຶນ, ເສີມຂະຫຍາຍຢ່າງມີປະສິດທິຜົນ, ສ້າງກຳລັງໜູນໃໝ່, ກຳລັງແຮງໃໝ່ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ປະກອບກ່ຽວກັບສ່ວນທາງດ້ານໄຟຟ້າ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ