ເປີດແວັບໄຊສະມັດຊາໃຫຍ່ລັດຖະສະພາໂລກຄັ້ງທີ132

ເປີດແວັບໄຊສະມັດຊາໃຫຍ່ລັດຖະສະພາໂລກຄັ້ງທີ132 - ảnh 1

ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້ເຂົ້າ​ຮ່ວມພິ​ທີ ແລະ ກົດ​ປຸ່ມ​ເປີດ​ພິ​ທີ.

(ພາບ: Nhan Sáng/TTXVN)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 6/10, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊ​າດ​ໄດ້​ຈ​ັດ​ຕັ້ງ​ພິ​ທີ​ເປີດ​ແວັບ​ໄຊ ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ໂລກ​ຄັ້ງ​ທີ 132 (IPU 132). ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້ເຂົ້າ​ຮ່ວມພິ​ທີ ແລະ ກົດ​ປຸ່ມ​ເປີດ​ພິ​ທີ.

        ດ້ວຍ​ລະ​ຫັດ www.ipu132vietnam.vn, ແ​ວັບ​ໄຊ​ຈະ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ກອ​ງ​ປະ​ຊ​ຸມ​ໃຫຍ່ລັດ​ຖະ​ສະ​ພາ IPU 132 ເຊິ່ງ​ລວມ​ມີ: ແນະ​ນຳ​ກ່ຽວ​ກັບ IPU 132, ບັນ​ດາ​ລາຍກ​ານ​ເຮັດວຽກ, ​ບັນ​ດາຮ່າງ​ມະ​ຕິ, ບັນ​ດາ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ, ວິ​ວັດ​​ການ​ເຂົ້າ​ຮ່ວມ IPU ແລະ ວຽກ​ງານ​ການກະ​ກຽມ​ຂອງ ຫວຽດ​ນາມ ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່ IPU 132, ​ແວັບ​ໄຊ​ສະ​ໜອງ​ບັນ​ດາ​ຮູບ​ພາບ, ວີ​ດີ​ໂອ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU 132, ພ້ອມ​ທັງ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ບັນ​ດາ​ນັກ​ຂ່າວ​ໃນ​ເຫດ​ການນີ້​ດ້ວຍ 3 ພາ​ສາ​ຄື: ຫວຽດ​ນາມ, ອັງ​ກິດ ແລະ ຝ​ຣັ່ງ.


ຂ່າວ/ບົດ​ອື່ນ