ເປັນ​ຄັ້ງ​ທີ 2 ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ການ​ຄ້າ​ສາ​ກົນ​ຂອງ ສ​ປ​ຊ

(VOVWORLD) - ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກຄະນະກຳມະການກົດໝາຍສາກົນຂອງ ສປຊ, ສືບຕໍ່ອາຍຸການທຳອິດ (2019 – 2025) ດ້ວຍຂີດໝາຍຜົນສຳເລັດຫຼາຍຢ່າງ.
ເປັນ​ຄັ້ງ​ທີ 2 ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ການ​ຄ້າ​ສາ​ກົນ​ຂອງ ສ​ປ​ຊ - ảnh 1ການປ່ອນບັດເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍການຄ້າສາກົນຂອງ ສປຊ (ພາບ: VOV)

ວັນທີ 20 ພະຈິກ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ຫວຽດນາມ ອີກຄັ້ງໜຶ່ງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍການຄ້າສາກົນຂອງ ສປຊ  (UNCITRAL) ອາຍຸການ 2025 – 2031 ດ້ວຍຈຳນວນບັດສະໜັບສະໜູນ 175 ໃນຈຳນວນ 183 ບັດ. ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກຄະນະກຳມະການກົດໝາຍສາກົນຂອງ ສປຊ, ສືບຕໍ່ອາຍຸການທຳອິດ (2019 – 2025) ດ້ວຍຂີດໝາຍຜົນສຳເລັດຫຼາຍຢ່າງ.

        ໃນບົດບາດເປັນປະທານ ຄະນະກຳມະການກົດໝາຍການຄ້າສາກົນຂອງ ສປຊ, ໃນ 5 ປີຈະມາເຖິງ, ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມໂດຍກົງໃນວິວັດທະນາການເຈລະຈາ ແລະ ກຳນົດບັນດາຫຼັກເກນຂອງການຄ້າສາກົນ ນັບແຕ່ໄລຍະທຳອິດ, ຄື: ສ້າງກົດໝາຍແບບຢ່າງ, ແນະນຳ, ບັນດາຂໍ້ກຳນົດກ່ຽວກັບການແກ້ໄຂຂໍ້ຂັດແຍ້ງດ້ານການຄ້າ, ການຂັດແຍ້ງລະຫວ່າງ ລັດ ກັບ ນັກລົງທຶນ ກໍຄື ຫຼັກການດັດປັບແບບວິທີການຄ້າແບບໃໝ່… ຮັບປະກັນບັນດາຫຼັກເກນນີ້ໃຫ້ສອດຄ່ອງກັບບັນດາບຸລິມະສິດ, ຜົນປະໂຫຍດຂອງ ຫວຽດນາມ ແລະ ກົມກຽວກັບຜົນປະໂຫຍດລວມຂອງປະຊາຄົມສາກົນ, ໂດຍສະເພາະແມ່ນບັນດາປະເທດທີ່ພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ