ເປັນຄັ້ງທຳອິດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີຈັດກອງປະຊຸມ ກ່ຽວກັບຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ

ເປັນຄັ້ງທຳອິດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີຈັດກອງປະຊຸມ ກ່ຽວກັບຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 22/10, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູ​ດຂັ້ນ​ສູງ​ຂອງ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ​ໄດ້​ມີໜ້າ​ຢູ່​ນະຄອນຫຼວງ​ປັກ​ກິງ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ເພື່ອ​ແນ​ໃສ່​ເພີ່ມທະວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮ່ວມ​ມື​ໃນ​ບັນຫາ​ດັ່ງກ່າວ. ນີ​້ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ນັບ​ແຕ່​ເມື່ອ 3 ປະ​ເທດສ້າງ​ຕັ້ງ​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວປະຈຳ​ໄລຍະ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຄວາ​ຈວນ​ຢິງ ​ໃຫ້​ຮູ້​ວ່າ, ບັນດາ​ນັກ​ການ​ທູດ​ຮັບຜິດຊອບ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດຂອງ 3 ປະ​ເທດ ​ໄດ້​ເປັນ​ປະທານ​ກອງປະຊຸມ. ບັນດາ​ຝ່າ​ຍ​ໄດ້​ແນະນຳ​ນະ​ໂຍບາຍ ​ແລະ ບັນດາ​ກົນ​ໄກ​ຂອງ​ຕົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ກໍ່​ຄື​ປຶກສາ​ຫາລື​ບັນດາ​ຫຼັກການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ຄຽງ​ຂ້າງ​ນັ້ນ, ວົງ​ການ​ເຈົ້າໜ້າ​ທີ່​ການ​ທູດ 3 ປະ​ເທດ ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ອາດຊະຍາ​ກຳ​ທາງ​​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ແລະ ລັດທິ​ກໍ່​ການ​ຮ້າຍ ກໍ່​ຄື​ຮັບ​ມື​ຢ່າງ​ຮີບ​ດ່ວນ​ທາງ​​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ.

ຂ່າວ/ບົດ​ອື່ນ