ເປັນ​ຄັ້ງ​ທຳ​ອິດ ທ່ານປ​ະ​ທາ​ນາ​ທິ​ບໍ​ດີ Donald Trump ເຕື້ອງ​ເຖິງເລຶ່ອງ ທ່ານ Joe Biden ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລື​ອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -ເພື່ອຍາດໄດ້ໄຊຊະນະ ແລະ ກາຍເປັນປະທານາທິບໍດີ ອາເມລິກາ, ຜູ້ສະໝັກເລືອກຕັ້ງຕ້ອງບັນລຸຢ່າງໜ້ອຍສຸດ 270 ບັດໃນຈຳນວນ 538 ບັດຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
ເປັນ​ຄັ້ງ​ທຳ​ອິດ ທ່ານປ​ະ​ທາ​ນາ​ທິ​ບໍ​ດີ Donald Trump ເຕື້ອງ​ເຖິງເລຶ່ອງ ທ່ານ Joe Biden ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລື​ອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ທື່ທຳນຽວຂາວ ຢູ່ວໍຊິງຕັນ ດີຊີ ໃນວັນທີ 13 ພະຈິກ 2020 (ພາບ: AFP/TTXVN) 

ວັນທີ 15 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເອົາລົງສື່ສັງຄົມອອນລາຍ Twitter  ທີ່ມີເນື້ອໃນໄດ້ຮັບຖືວ່າ ເປັນຄັ້ງທຳອິດທີ່ ທ່ານ Donald Trump ເປີດເຜີຍ ຍອມຮັບວ່າ ຄູ່ແຂ່ງ Joe Biden ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ທີ່ໄດ້ດຳເນີນໃນວັນທີ 3 ພະຈິກທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ໄດ້ຢ້ຳຄືນ ຂໍ້ກ່າວຫາທີ່ມີການສໍ້ໂກງໃນການເລືອກຕັ້ງ. ທ່ານ Donald Trump ຂຽນວ່າ ທ່ານ Joe Biden “ຍາດໄດ້ໄຊຊະນະຍ້ອນ ສໍ້ໂກງການເລືອກຕັ້ງ”.

ໄລ່ຮອດວັນທີ 13 ພະຈິກ (ຕາມເວລາ ອາເມລິກາ), ມີ 50 ລັດ ຂອງ ອາເມລິກາ ໄດ້ປະຕິບັດສຳເລັດວິວັດຂະບວນການກວດບັດເລືອກຕັ້ງປະທານາທິບໍດີ ປີ 2020 ໂດຍພື້ນຖານ, ໃນນັ້ນບັນດາພາຫະນະສື່ມວນຊົນຄາດຄະເນວ່າ ທ່ານ Joe Biden - ຜູ້ສະໝັກເລືອກຕັ້ງຂອງ ພັກປະຊາທິປະໄຕ ຍາດໄດ້ບັດເລືອກຕັ້ງຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ສະສົມທັງໝົດ 306 ບັດ, ໃນຂະນະນັ້ນ ທ່ານ Donald Trump ປະທານາທິບໍດີຄົນປັດຈຸບັນ ຍາດໄດ້ 232 ບັດເລືອກຕັ້ງຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ . ເພື່ອຍາດໄດ້ໄຊຊະນະ ແລະ ກາຍເປັນປະທານາທິບໍດີ ອາເມລິກາ, ຜູ້ສະໝັກເລືອກຕັ້ງຕ້ອງບັນລຸຢ່າງໜ້ອຍສຸດ 270 ບັດໃນຈຳນວນ 538 ບັດຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ