ເປັນ​ຄັ້ງ​ທຳ​ອິດ ​ໝາກລິ້ນ​ຈີ່​ ຫ໋າຍ​ເຢືອງ​ໄດ້​ສົ່ງ​ອອກ​ໄປ​ຍັງ​ໄທ

(VOVWORLD) -ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ຫ໋າຍເຢືອງແລ້ວ, ຮອດວັນທີ 31 ພຶດສະພາ, ແຂວງໄດ້ເກັບກູ້ ແລະ ຈຳຫນ່າຍ ໝາກລິ້ນຈີ່ ປະມານ 29.000 ໂຕນ. ໃນຈຳນວນດັ່ງກ່າວ, ສົ່ງອອກໄປຍັງ ຈີນ, ລາວ, ກຳປູເຈຍ ປະມານ 15.000 ໂຕນ.



ວັນທີ 5 ມິຖຸນາ, ບໍລິສັດຫຸ້ນສ່ວນ Ameii ຫວຽດນາມ ໄດ້ສົ່ງອອກ ໝາກລິ້ນຈີ່ 10 ໂຕນ ໄປຍັງ ໄທ ດ້ວຍທາງທະເລ. ນີ້ແມ່ນຄັ້ງທຳອິດ ໝາກລິ້ນຈີ່ ຫ໋າຍເຢືອງ ໄດ້ສົ່ງອອກໄປຍັງຕະຫຼາດ ໄທ. ຄາດຄະເນວ່າ, ແຕ່ລະອາທິດ ບໍລິສັດ ດັ່ງກ່າວຈະສົ່ງອອກ ໝາກລິ້ນຈີ່ ປະມານ 20 ໂຕນ ເພື່ອສະໜອງໃຫ້ແກ່ບັນດາລະບົບສັບພະສິນຄ້າ, ຫ້ານຄ້າຕ່າງໆຢູ່ໄທ.

ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ຫ໋າຍເຢືອງແລ້ວ, ຮອດວັນທີ 31 ພຶດສະພາ, ແຂວງໄດ້ເກັບກູ້ ແລະ ຈຳຫນ່າຍ ໝາກລິ້ນຈີ່ ປະມານ 29.000 ໂຕນ. ໃນຈຳນວນດັ່ງກ່າວ, ສົ່ງອອກໄປຍັງ ຈີນ, ລາວ, ກຳປູເຈຍ ປະມານ 15.000 ໂຕນ.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໝາກລິ້ນຈີ່ ສົ່ງອອກໄປຍັງບັນດາຕະຫຼາດມີ່ມູນຄ່າສູງປະມານ 1.500 ໂຕນລວມມີ: ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ, EU ປະມານ 300 ໂຕນ, ສິງກະໂປ, ຕາເວັນອອກກາງ, ມາເລເຊຍ ປະມານ 500 ໂຕນ, ສົ່ງອອກໄປຍັງ ສ.ເກົາຫຼີ, ຍີ່ປຸ່ນ, EU ແລະ ປະມານ 700ໂຕນ

ຕອບກັບ

ຂ່າວ/ບົດ​ອື່ນ