ເປັນຄັ້ງທຳອິດທີ່ປະທານາທິບໍດີ ຝລັ່ງ Macron ເຕື້ອງເຖິງຄວາມອາດສາມາດທີ່ຝ່າຍຕາເວັນຕົກຈະສົ່ງທະຫານໄປຍັງ ຢູແກຼນ

(VOVWORLD) - ທ່ານປະທານາທິບໍດີ Emmanuel Macron, ເນັ້ນໜັກວ່າ, ຝ່າຍຕາເວັນຕົກ ຈະເຮັດທຸກສິ່ງທຸກຢ່າງເພື່ອບໍ່ໃຫ້ ລັດເຊຍ ສາມາດຍາດໄດ້ໄຊຊະນະ
ເປັນຄັ້ງທຳອິດທີ່ປະທານາທິບໍດີ ຝລັ່ງ Macron ເຕື້ອງເຖິງຄວາມອາດສາມາດທີ່ຝ່າຍຕາເວັນຕົກຈະສົ່ງທະຫານໄປຍັງ ຢູແກຼນ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron
(ພາບ: Le Figaro)

        ຕອນຄ່ຳວັນທີ 26 ກຸມພາ, ທີ່ກອງປະຊຸມສາກົນກ່ຽວກັບການອຸປະຖຳໃຫ້ແກ່ ຢູແກຼນ, ຈັດຂຶ້ນຢູ່ ປາຣີ, ປະເທດ ຝລັ່ງ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ໄດ້ຮຽກຮ້ອງການໜູນຊ່ວຍໃໝ່ສະຫງວນໃຫ້ ຢູແກຼນ ດ້ວຍບັນດາບຸລິມະສິດແຖວໜ້າແມ່ນ ສະໜອງລູກປືນ, ຖ່າຍທອດບັນດາລະບົບປ້ອງກັນອາກາດ, ກໍຄືບັນດາລູກສອນໄຟໄລຍະກາງ ແລະ ໄລຍະໄກ. ທ່ານປະທານາທິບໍດີ Emmanuel Macron, ເນັ້ນໜັກວ່າ, ຝ່າຍຕາເວັນຕົກ ຈະເຮັດທຸກສິ່ງທຸກຢ່າງເພື່ອບໍ່ໃຫ້ ລັດເຊຍ ສາມາດຍາດໄດ້ໄຊຊະນະ ແລະ ຖືນັ້ນແມ່ນປັດໄຈແກ່ນສານເພື່ອຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ແກ່ ເອີລົບ. ນີ້ກໍ່ແມ່ນຄັ້ງທຳອິດທີ່ປະທານາທິບໍດີ ຝລັ່ງ Macron ເຕື້ອງເຖິງຄວາມອາດສາມາດທີ່ຝ່າຍຕາເວັນຕົກຈະສົ່ງທະຫານໄປຍັງ ຢູແກຼນ

        ສິ່ງທີ່ໜ້າສົນໃຈ, ກ່ອນທີ່ຈັດກອງປະຊຸມ, ທ່ານປະທານາທິບໍດີ ເຢຍລະມັນ Olaf Sholz ສືບຕໍ່ປະຕິເສດເດີນຕາມ ອັງກິດ ແລະ ຝລັ່ງ ທີ່ສະໜອງລູກສອນໄຟໄລຍະໄກ Taurus, ຍ້ອນມີຄວາມວິຕົກກັງວົນວ່າ, ບັນດາອາວຸດປະເພດນີ້ຈະໄດ້ນຳໃຊ້ເພື່ອແນໃສ່ບັນດາເປົ້າໝາຍທີ່ນອນເລິກຢູ່ໃນຜືນແຜ່ນດິນຂອງ ລັດເຊຍ ແລະ ເຮັດໃຫ້ການປະທະກັນເຄັ່ງຕຶງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ