ເປັນຄັ້ງທຳອິດທີ່ໝາກລີ້ນຈີ່ຂອງຫວຽດນາມໄດ້ສົ່ງອອກເຖິງຕະຫຼາດຝຣັ່ງ
|
(vovworld) - ໝາກລີ້ນຈີ່ສົດ ງວດທຳອິດດ້ວຍປະລິມານ 500 ກີໂລກາມ ໂດຍສະຫະກອນ ບີ່ງມິງ, ເມືອງ ລຸກງ້ານ, ແຂວງ ບັກຢາງ ສະໜອງຈະໄດ້ບໍລິສັດການບິນ Vietnam Arilines ສົ່ງໄປເຖິງ ປາຣີ ໃນຕອນເຊົ້າວັນທີ 4/6. ທີ່ປຶກສາດ້ານການຄ້າສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ຫງວຽນແກ໋ງເກື່ອງ ໃຫ້ຮູ້ວ່າ: ແນວຄວາມຄິດສົ່ງໝາກລີ້ນຈີ່ ຫວຽດນາມ ໄປຂາຍຢູ່ ຝຣັ່ງ ໂດຍອົງການການຄ້າຜັນຂະຫຍາຍເກືອບໜຶ່ງປີມານີ້. ກ່ອນອື່ນໝົດ, ໃນປີ 2015, ໝາກລີ້ນຈີ່ ຫວຽດນາມ ຈະມີຂາຍຢູ່ຕະຫຼາດ ຝຣັ່ງຜ່ານລະບົບຈຳໜ່າຍຂອງຮ້ານຊັບພະສິນຄ້າ ແທງບີ່ງ Jeune, ເຊິ່ງແມ່ນບໍລິສັດສົ່ງອອກ ນຳເຂົ້າສິນຄ້າ ຫວຽດນາມ ຢູ່ ຝຣັ່ງ, ດ້ວຍບັນດາເຄືອຂ່າຍຮ້ານຄ້າຢູ່ ປາຣີ ແລະ Lyon. ນອກຈາກທາງການບິນແລ້ວ, ຄາດວ່າບໍລິສັດຈະຂົນສົ່ງໝາກລີ້ນຈີ່ດ້ວຍຂອບຂະໜາດໃຫຍ່ໄປທາງເດີນທະເລ ຖ້າຫາກວ່າມີເຕັກໂນໂລຢີທັນສະໄໝສາມາດຮັບປະກັນຄຸນນະພາບຂອງໝາກລີ້ນຈີສົດໄວ້ໄດ້ໃນເວລາ 5 ອາທິດ ເພື່ອແນໃສ່ຫລຸດຜ່ອນຄ່າຂົນສົ່ງ. ຄາດວ່າ, ຍອດປະລິມານໝາກລີ້ນຈີ່ສົດທີ່ຈະ ໄດ້ສົ່ງໄປຂາຍຢູ່ ຝຣັ່ງ ໃນປີນີ້ແມ່ນ 8 ໂຕ່ນ.