ເປັນຄັ້ງທຳອິດຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບທ່ອງທ່ຽວຈິດວິນຍານ

ເປັນຄັ້ງທຳອິດຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບທ່ອງທ່ຽວຈິດວິນຍານ - ảnh 1
(ພາບປະກອບ)

(vovworld)- ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ທ່ອງ​ທ່ຽວ​ຈິດ​ວິ​ນຍານເພື່ອການ ພັດທະນາແບບຍືນ​ຍົງ ຈະ​ຖືກ​ໄຂ​ຂຶ້ນ​ຢູ່​ແຂວງ ນິງບິງ ​ແຕ່​ວັນ​ທີ 21-22/11. ຄາດວ່າ​ຈະ​ມີ​ຜູ້​ແທນ 350 ກ່ວາ​ຄົນ​ເຂົ້າຮ່ວມ, ​ໃນ​ນັ້ນ​ມີ ຜູ້​ແທນ 150 ຄົນທີ່ມາ​ຈາກ 30 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ທ່ອງ​ທ່ຽວ​ຈິດ​ວິ​ນຍານຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ ການ​ທ່ອງ​ທ່ຽວ​ຈິດ​ວິ​ນຍານ, ການ​ແລກປ່ຽນ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ໂດຍ​ມີ​ຄວາມ​ຮັບຜິດຊອບ..... ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ທ່ອງ​ທ່ຽວ​ຈິດ​ວິ​ນຍານຈະ​ອອກ​ຖະ​ແຫຼ​ງການ​ນິງບິງ​ກ່ຽວ​ກັບ​ທ່ອງ​ທ່ຽວ​ຈິດ​ວິ​ນຍານເພື່ອການ ພັດທະນາ ແບບຍືນ​ຍົງ

ຂ່າວ/ບົດ​ອື່ນ