ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ເລ​ບາ​ນອນປະ​ກ​າດລົ້ມ​ລະ​ລ​າ​ຍ

(VOVWORLD) -   ໃນ ມໍ່ໆມານີ້, ທ່ານ Hassan Diab ນາຍົກລັດຖະມົນຕີ ເລບານອນ ຫາກ່ຳຍອມຮັບວ່າ ປະເທດນີ້ບໍ່ສາມາດຈ່າຍເງິນພັນທະບັດ 1 ຕື້ 200ລ້ານ USD ເຊິ່ງໄດ້ໝົດກຳນົດໃນວັນທີ 9 ມີນາ, ກໍ່ໝາຍຄວາມວ່າ ນີ້ເປັນຄັ້ງທຳອິດໃນປະຫວັດສາດ ປະເທດ ລາບານອນ ປະກາດລົ້ມລະລາຍ. 

ນີ້ພຽງແຕ່ແມ່ນສັນຍານຫຼ້າສຸດເຊິ່ງສະແດງໃຫ້ເຫດສະພາບການວິກິດການດ້ານເສດຖະກິດທີ່ຮ້າຍແຮງຢູ່ປະເທດນີ້, ດ້ວຍພື້ນຖານເສດຖະກິດເກືອບຄືວ່າບໍ່ເຕີບໂຕ.

        ດ້ວຍບ້ວງໜີ້ 92 ຕື້ USD. ປະມານ 170% GDP, ເລບານອນ ກໍ່ນອນໃນຈຳນວນບັນດາປະເທດຕິດໜິ້ຫຼາຍທີ່ສຸດໃນໂລກ. ພື້ນຖານເສດຖະກິດຊັກຊ້າກໍ່ແມ່ນໜຶ່ງໃນບັນດາເຫດຜົນຂອງການແຫ່ຂະບວນປະທ້ວງເຊິ່ງແກ່ຍາວມາເປັນເວລາຫຼາຍເດືອນໃນປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ