ເປັນຄັ້ງທຳອິດໄດ້ຈັດຕັ້ງການທົດລອງ “ເດືອນ ມະນຸດສະທຳ”

(VOVWORLD) - ບັນດາການເຄື່ອນໄຫວໃນເດືອນມະນຸດສະທຳນີ້ຈະປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ສະຕິຄວາມຮັບຜິດຊອບ ແລະ ການເຄື່ອນໄຫວຕົວຈິງຂອງພະນັກງານ, ປະຊາຊົນທຸກຊັ້ນວັນນະຕໍ່ວຽກງານມະນຸດສະທຳ...

ເປັນຄັ້ງທຳອິດ, ທີ່ສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງ “ເດືອນມະນຸດສະທຳ” ດ້ວຍສານທີ່ວ່າ “ມະນຸດສະທຳ - ການເຄື່ອນໄຫວເລີ່ມຈາກສະຕິຄວາມຮັບຮູ້” ແຕ່ວັນທີ 1 – 31 ພຶດສະພາ. ບັນດາການເຄື່ອນໄຫວໃນເດືອນມະນຸດສະທຳນີ້ຈະປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ສະຕິຄວາມຮັບຜິດຊອບ ແລະ ການເຄື່ອນໄຫວຕົວຈິງຂອງພະນັກງານ, ປະຊາຊົນທຸກຊັ້ນວັນນະຕໍ່ວຽກງານມະນຸດສະທຳ ແລະ ການເຄືື່ອນໄຫວກາແດງ; ໜູນຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງໄພສູງກ່ວາເພິ່ນ, ຜ່ານນັ້ນ ປະຕິບັດນະໂນບາຍຮັບປະກັນຊີວິດສັງຄົມ, ສຶກສາຄວາມເມັດຕາປານີ, ມຸ່ງໄປເຖິງຄວາມດີ, ສັດທາໃນປະຊາຄົມ.

        ຄາດວ່າ, ພິທີປຸກລະດົມ “ເດືອນມະນຸດສະທຳ”ຂັ້ນສູນກາງຈະດຳເນີນໃນຕອນເຊົ້າວັນທີ 28 ເມສາ, ຢູ່ຮ່າໂນ້ຍ. ພິທີປຸກລະດົມ “ເດືອນມະນຸດສະທຳ” ຢູ່ບັນດາທ້ອງຖິ່ນທົດລອງຈະໄດ້ຈັດຕັ້ງໃນຕົ້ນເດືອນ ພຶດສະພາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ