ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນໃນການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ

(VOVWORLD) -ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍ້ອງຍໍບັນດາຜົນງານ ຊຶ່ງບັນດາອົງການ, ຫົວຫນ່ວຍບັນລຸໄດ້ໃນວຽກງານການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ
ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນໃນການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ:dangcongsan.vn)

ຕອນເຊົ້າວັນທີ 15 ກໍລະກົດ, ກະຊວງປ້ອງກັນປະເທດ  ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການຕ່າງປະເທດປ້ອງກັນຊາດ 6 ເດືອນ ປີ 2021.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍ້ອງຍໍບັນດາຜົນງານ ຊຶ່ງບັນດາອົງການ, ຫົວຫນ່ວຍບັນລຸໄດ້ໃນວຽກງານການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ. ທ່ານຮອງລັດຖະມົນຕີ ໄດ້ສະເຫນີ ກົມການຕ່າງປະເທດ ແລະບັນດາອົງການ, ຫົວຫນ່ວຍ ສືບຕໍ່ສົມທົບກັນ ຊຸກຍູ້ການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ພ້ອມກັນນັ້ນ ກະກຽມທຸກດ້ານ, ເຂົ້າຮ່ວມງານແຂ່ງຂັນ Army Games 2021 ຢູ່ລັດເຊຍ ແລະ ບາງປະເທດ. ນອກນັ້ນ ທ່ານຮອງລັດຖະມົນຕີ ກໍ່ຮຽກຮ້ອງ ຕ້ອງຮັກສາ ແລະຄົ້ນຄ້ວາເປີດກວ້າງການເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ 2 ຄະນະຜູ້ຕາງຫນ້າ ແລະສຳນັກງານ ສປຊ, ຊຸກຍູ້ການກະກຽມ ກອງທະຫານບົກໄປປະຕິບັດຫນ້າທີ່ຢູ່ ຄະນະຜູ້ຕາງຫນ້າ, ຜັນຂະຫຍາຍ, ເປີດຕົວໂຮງໝໍກາງສະຫນາມ ຊັ້ນ 2 ເລກ 4 ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ