ເປັນເຈົ້າການ, ມີຫົວຄິດປະດິດສ້າງ ໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ

ເປັນເຈົ້າການ, ມີຫົວຄິດປະດິດສ້າງ ໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ - ảnh 1
(ທ່ານ ​ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​
ໂຕ​ຮູ​ຍ​ເຣື໋ຍ ກ່າວຄຳເຫັນທີ່ກອງປະຊຸມ
)

(vovworld) – ກອງ​ປະຊຸມ​ແລກປ່ຽນ​ວຽກ​ງານ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ” ​ເຂດ​ທົ່ງພຽງ​ພາກ​ເໜືອ ​ແລະ ທິດ​ເໜືອ​ພາກ​ກາງ ປີ 2013, ​ໂດຍ​ຄະນະ​ເລຂາ​ສູນ​ກາງ​ພັກ ຈັດ​ຕັ້ງ​ໃນ​ວັນ​ທີ 25/9, ຢູ່​ແຂວງ ບັກ​ນິນ​. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ຢືນຢັນ​ວ່າ: ພາຍຫຼັງ​ປະຕິບັດ​ມາ​ເປັນ​ເວລາ 2 ປີ, ບັນດາ​ທ້ອງ​ຖິ່ນເຂດ​ທົ່ງພຽງ​ພາກ​ເໜືອ ​ແລະ ທິດ​ເໜືອ​ພາກ​ກາງ  ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ສົມທົບ​ລະຫວ່າງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ກັບການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂ​ອງ​ແຕ່ລະ​ທ້ອງ​ຖິ່ນ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ສຸ​ມ​ໃສ່​ຊີ້​ນຳ, ນຳພາ​​ແກ້​ໄຂ​ບັນດາ​ບັນຫາ​ຈຸດ​ສຸມເຊິ່ງໄດ້ຮັບຄວາມສົນໃຈຈາກຫາງສຽງ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ.

        ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ ໂຕ​ຮູ​ຍ​ເຣື໋ຍ, ​ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ສະ​ເໜີ​ໃຫ້​ບັນດາ​​​ເຂດ​ທົ່ງພຽງ​ພາກ​ເໜືອ ​ແລະ ທິດ​ເໜືອ​ພາກ​ກາງ ສືບ​ຕໍ່​ລົງທຶນ​ໃຫ້​ແກ່​ຂະ​ບວນການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ, ພິ​ເສດ​ໃນ​ກຸ່ມ​ບັນດາ​ອົງການ​ບໍລິຫານຄຸມຄອງລັດ, ພ້ອມ​ທັງ​ເພີ່ມ​ທະ​ວີການ​ກວດກາ, ຊຸກຍູ້​ເພື່ອ​​ເຮັດ​ໃຫ້ການ​ປະຕິບັດ​ຄຳ​ສັ່ງ​​ເລກ​ທີ 03 ບັນລຸ​ປະສິດທິ​ຜົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ