ເປັນເຈົ້າການກະກຽມມາດຕະການຮັບມືກັບການຜັນແປລາຄາ,ຕະຫຼາດ ໃນ6ເດືອນທ້າຍປີ

ເປັນເຈົ້າການກະກຽມມາດຕະການຮັບມືກັບການຜັນແປລາຄາ,ຕະຫຼາດ ໃນ6ເດືອນທ້າຍປີ - ảnh 1
(ກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ຜັນ​ແປ​ລາ​ຄາ, ຕະຫຼາດ
ຢູ່​ຫວຽດ​ນາມ ​ໃນ 6 ເດືອນ​ຕົ້ນ​ປີ ແລະ ຄ​າດ​ຄະ​ເນ​ລາ​ຄາ​ປີ 2016”)

(vovworld)- ໄພ​ເງິນ​ເຟີ້​​ຊ້ອນແຝງ​ຄວາມ​ສາ​ມາດ​ເກີດ​ການຜັນ​ແປຢ່າງຜິດ​ປົກ​ກະ​ຕິ ​ເພາະ​​ແຕ່ນີ້​ເຖິງ​ທ້າຍ​ປີ ມີຫຼາຍ​​ປັດ​ໃຈ​ຄາດ​ຄະ​ເນ​ຈະ​ກໍ່ຄວາມ​ດັນ​ ຕໍ່​ດັດ​​ຊະ​ນີ​ລາ​ຄາ​ໃຊ້​ສອຍ (CPI). ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນ​ດາ​ນັກ​ຊ່ຽ​ວ​ຊານ ​ດ້ານ​ເສດ​ຖະ​ກິດ​ ​ທີ່ຍົກ​ອອກ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ຜັນ​ແປ​ລາ​ຄາ, ຕະຫຼາດ ຢູ່​ຫວຽດ​ນາມ ​ໃນ 6 ເດືອນ​ຕົ້ນ​ປີ ແລະ ຄ​າດ​ຄະ​ເນ​ລາ​ຄາ​ປີ 2016” ໂດຍ​ສະ​ຖາ​ບັນ​ເສດ​ຖະ​ກິດ​ການ​ເງິນ-ສະ​ຖາ​ບັນ​ການ​ເງິນ​ຫວຽດ​ນາມ ຈັດ​ຂື້ນ​ໃນ​ວັນ​ທີ 7/7, ຢູ່​ຮ່າ​ໂນ້ຍ. ຕາມ​ການ​ວິ​ເຄາະ​ຂອງບັນ​ດາ​ນັກ​ຊ່ຽວ​ຊານ, ດັດ​ຊະ​ນີ​ລາ​ຄາ​ໃຊ້​​ສອຍ ​ໃນ 6 ເດືອນ​ຕົ້ນ​ປີ ມີການຫັນ​ປ່ຽນ ເມື່ອ​ເພີ່ມ​ຂື້ນ​ຢ່າງ​ຕໍ່​ເນື່ອງ ແລະ ບັນ​ລຸ​ລະ​ດັບ 2,35%. ລະ​ດັບ​ໄພ​​ເງິນ​ເຟີ້ ​ໃນ 6 ເດືອນ​ຕົ້ນ​ປີ ໄດ້​ຮັບ​ຂໍ້​ສັງ​ເກດວ່າ ​ຍັງ​ຄົງ​ໃນຢູ່​ລະ​ດັບ​ຕ່ຳ ແລະ ຫ່າງ​​ໄກຈາກເປົ້າ​ໝາຍ​ຄວບ​ຄຸມ​. ຄາດ​ຄະ​ເນ​ລະ​ດັບ​ໄພ​ເງິນ​ເຟີ້​ລວມ​ໝົດ​ປີ 2016 ແມ່ນ​ປະ​ມານ 4,2%. ສຳ​ລັບ​ສະ​ພາບ 6 ເ​ດືອນ​ທ້າຍ​ປີ, ບັນ​ດາ​ນັກ​ຊ່ຽວ​ຊານໃຫ້​ຂໍ້​ສັງ​ເກດ​ວ່າ ຍັງມີ​ຄວາມ​​ດັນ​ຫຼາຍຢ່າງ ຕໍ່ໄພ​ເງິນ​ເຟີ້. ເພື່ອ​ບັນ​ລຸ​ຄາດ​ໝາຍ​ຄວບ​ຄຸມໄພ​ເງິນ​ເຟີ້​ປີນີ້ ໃຫ້​ຢູ່​ລະ​ດັບ​ຕ່ຳ​ກວ່າ 5% ຄື​ສະ​ພາ​ແຫ່ງ​ຊາດໄດ້​ວາງ​ອອກ, ປອ ຫ໋ງອກ ຕຽນ, ສະ​ຖາ​ບັນ​ການ​ເງິນ,  ໃຫ້​ຮູ້​ວ່າ:

        “​ການຄວບ​ຄຸມ​ໄພ​ເງິນ​ເຟີ້ ໃຫ້​ຢູ່​ໃນ​ລະ​ດັບ ຕ່ຳ​ກວ່າ 5% ຄື​ຄາດໝາຍ​ທີ່​ໄດ້ວາງ​ອອກ​ ຍັງ​ຂື້ນ​ກັບ​ການ​ບໍ​ລິ​ຫານ​ລາ​ຄາ​ບໍ​ລິ​ການ​ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ແຕ່​ນີ້​ເຖິງ​ທ້າຍ​ປີ. ກໍ​ລະ​ນີ​ມີ​ບັນ​ດາການຫັນ​ປ່ຽນ  ກ່ຽວ​ກັບພູມ​ສາດ​ການ​ເມືອງ, ການ​ຫັນ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ໂລກ ທີ່​ສົ່ງຜົນ​ກະ​ທົບ​ ເຖິງອັດ​ຕາ​ແລກປ່ຽນ​ເງິນ​ຕາ ລັດ​ຖະ​ບານ​ຕ້ອງ​ເອົາ​ໃຈ​ໃສ່ເຖິງ​ຕະຫຼາດ​ເງິນ​ຕາ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃຫ້ຕະຫຼາດ​ເງິນ​ຕາ  ​ເຮັດ​ໄດ້​ຄື​ແນວນັ້ນ ຈະ​ຈຳ​ກັດ​ສະ​ພາບຂື້ນລາ​ຄາ​ໄດ້. ນອກ​ຈາກນັ້ນ, ​ແຕ່ນີ້​ເຖິງ​ທ້າຍ​ປີ​ຕ້ອງ​ສືບ​ຕໍ່ຫຼຸດ​ລາຍ​ຈ່າຍເກີນ​ດຸນ ​ງົບ​ປະ​ມານ​ແຫ່ງ​ລັດ”.

        ບັນ​ດາ​ນັກ​ຊ່ຽວ​ຊານກໍ່​ກ່າວ​ເຕືອນ ຄວນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ບັນ​ຊີ​ຢ່າງ​ເປັນ​ເຈົ້າ​ການ, ແໜ້ນ​ແຟ້ນ, ​ຄວບ​ຄຸມຂໍ້​ບັງ​ຄັບ ​ດ້ານການ​ເງິນ​ງົບ​ປະ​ມານ; ພ້ອມ​ທັງ​ຮັບ​ປະ​ກັນ​ຄາດ​ໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ຮັກ​ສາສະ​ຖຽນ​ລະ​ພາບ​ດ້ານ​ເສ​ດ​ຖະ​ກິດ​ມະ​ຫາ​ພາກ.

ຂ່າວ/ບົດ​ອື່ນ