ເປັນເຈົ້າການຮັບມືການປ່ຽນແປງຂອງ ດິນຟ້າອາກາດ, ປົກປັກຮັກສາ ຊັບພະຍາກອນ, ສິ່ງແວດລ້ອມ


ເປັນເຈົ້າການຮັບມືການປ່ຽນແປງຂອງ ດິນຟ້າອາກາດ, ປົກປັກຮັກສາ ຊັບພະຍາກອນ, ສິ່ງແວດລ້ອມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: VGP/Nguyên Linh)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/1, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ແຜນ​ຮ່າງ “​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍູ​້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັ​ນສຳຄັນ ​ແລະ ​ເອົາ​ໃຈ​ໃສ່​ຊີ້ນ​ຳວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ປົກ​ປັກ​ຮັກສາຊັບພະຍາກອນ, ​ສິ່ງ​ແວດ​ລ້ອມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ມີ​ລັກສະນະ​ທົ່ວ​ໂລກ, ພວມ​ມີໜ້າ​ຢູ່​ປະ​ເທດ​ເຮົາ, ມີ​ໄພ​ກະທົບ​ໃສ່​ທຸກ​ດ້ານ​ຂອງ​ຊີວິດ​ທາງ​ດ້ານເສດຖະກິດ - ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ​ເລື່ອງ​ສ້າງ ​ແລະ ຜັນ​ຂະຫຍາຍ​​ແຜນ​ຮ່າງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍູ້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ, ສິ່ງ​ແວ​ດລ​້ອມ ​ແມ່ນ​ມີ​ຄວາມຈຳ​ເປັນ​ທ່ີ​ສຸດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ໝັ້ນຄົງ. ທ່ານ​ກ່າວ​ວ່າ:

“​​​ຄະນະບໍລິ​ຫານ​ງານ​ພັກ​ລັດຖະບານ, ຄະນະ​ໂຄສະ​ນາ​ສຶກສາ​ຊີ້​ນຳ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ​ແລະ ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​​ໄດ້ກະກຽມ​ແຜນ​ຮ່າງ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ​ໃນ​ວິວັດ​ການ​ກະກຽມ​ຈະ​ມີ​ຫຼາຍ​ເນື້ອ​ໃນ​ຕ້ອງ​ຮັບ​ເອົາ​ຄຳ​ເຫັນ ​ເພື່ອ​ປັບປຸງ​ເນື້ອ​ໃນ​ຍື່ນ​ສະ​ເໜີ​ຕໍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ດ້ວຍ​ຈຸດໝາຍ​ແມ່ນ​ຕີ​ລາຄາ​ສະພາບ​ການ, ຕີ​ລາຄາ​ການ​ກະທົບ, ຍົກ​ອອກ​ມາດ​ຕະການ​ຫຼຸດຜ່ອນ ​ແລະ ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີ​ວິດ​ຂອງ​ຫວຽດນາມ”

        ຮ່າງ​ແຜນ​ຮ່າງ​ກຳນົດ​ຄາດໝາຍ​ສັງ​ລວມຮອດ​ປີ 2020 ​ແມ່ນ​ນຳ​ໃຊ້​ບັນດາ​ແຫຼ​່ງຊັບພະຍາກອນ ປະຢັດ, ມີ​ປະສິດທິ​ຜົນ ​ແລະ ໝັ້ນ​ຄົງ, .​​.​.​.​.​.​ ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຫຼຸດຜ່ອນ​ມັນ​ລະ​ພິດ ​ແລະ ການ​ປ່ອຍ​ອາຍ​ແກ​ດ​ເຮືອນ​ແກ້ວ​ເທື່ອ​ລະ​ກ້າວ, ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ, ຮັກສາ​ຄຸນ​ນະພາ​ບສະພາບ​ແວດ​ລ້ອມ​​ແຫ່ງການ​ດຳລົງ​ຊີວິດ, ຮັບປະກັນຄວາມ​ດຸນ​ດຽງ​ດ້ານ​ຊີວະ​ພາບ, ມຸ້ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ, ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ.

 

ຂ່າວ/ບົດ​ອື່ນ