ເຜີຍແຜ່ມະຕິກອງປະຊຸມຄັ້ງທີ 4 ເຖິງພະນັກງານຂັ້ນສູງພັກກິນເບ້ຍບຳນານ

ເຜີຍແຜ່ມະຕິກອງປະຊຸມຄັ້ງທີ 4 ເຖິງພະນັກງານຂັ້ນສູງພັກກິນເບ້ຍບຳນານ - ảnh 1
ທ່ານ​ລຂາທິການ​ໃຫຍ່ Nguyen Phu Trong ເຂົ້າຮ່ວມກອງປະຊຸມ
ພາບ: .vietnamplus.vn

( vovworld ) – ​​ຕອນ​ເຊົ້າ​ວັນ​ທີ 26/3, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ຈັດ​ກອງ​ປະຊຸມ​​ພະນັກງານ​ຂັ້ນ​ສູງທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານ​ເພື່ອ​ເຜີຍ​ແຜ່​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ ບາງ​ບັນຫາ​ທີ​ຮີບ​ດ່ວນ​​ໃນການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ”. ກອນ​ທີ່​ຮັບ​ຟັງ​ການ​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ມະຕິ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຢືນຢັນ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ແມ່ນການ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງ​ດ້ານພູນ​ປັນ​ຍາ​ຂອງ​ທົ່ວ​ພັກ. ມະຕິ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມສະໜັບສະໜູນ​ສູງ​ຈາກ​ປະຊາຊົນ​ທຸກ​ຊັ້ນກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ວິທີ​ຕັ້ງ​ບັນຫາ ​ແລະ ມາດ​ຕະການ​ປະຕິບັດ. ຕາມ​ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ແລ້ວ, ບັນດາ​ພະນັກງານ​ຂັ້ນ​ສູງ​ທີ່ໄດ້​ພັກ​ກິນ​ເບ້ຍ​ບຳນານ​ແມ່ນ​ກຳລັງ​ສຳຄັນ, ຫຼັກແຫຼ່ງ​ແກ່ນສານ, ​ແມ່ນບ່ອນ​ອີງເພື່ອຜັນ​ຂະຫຍາຍ​ປະຕິບັດ​ມະຕິ. ​ເພາະສະ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ປາດ​ຖະໜາ​ຈະ​ໄດ້​ຮັບ​ຄວາມ​ເປັນ​ເອກະ​ພາບ, ການ​ສະໜັບ​ສະ​ໜູນ​ຂອງ​ບັນດາ​ພະນັກງານ​ທີ່ໄດ້​ພັກ​ກິນ​ເບ້ຍ​ບຳນານ.

        ບັນດາ​ພະ​ນັກ​ງານ​ທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານ​ໄດ້​ຮັບ​ຟັງ​ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເຜີຍ​ແຜ່​ກ່ຽວ​ກັບ​ມະຕິ​ສູງ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ຄຳ​ສັ່ງ ​ແລະ ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ.
ຂ່າວ/ບົດ​ອື່ນ