ເພີ່ມຈຳນວນເງິນລົງທຶນພັດທະນາການຜະລິດໃຫ້ຜູ້ທຸກຍາກ ແລະ ຊົນເຜົ່າສ່ວນຫນ້ອຍ

ເພີ່ມຈຳນວນເງິນລົງທຶນພັດທະນາການຜະລິດໃຫ້ຜູ້ທຸກຍາກ ແລະ ຊົນເຜົ່າສ່ວນຫນ້ອຍ - ảnh 1
(ພາບປະກອບ)
(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ຫງວຽນ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 09/03, ຢູ່ ແຂວງດັກ​ລັກ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ຫງວຽນ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ບັນດາ​ແຂວງ​ໃນ​ເຂດ ຕ້ອງ​ຍູ້​ແຮງ​ມາດ​ຕະການ​ຕ່າງໆ​ເພື່ອ​ສະກັດ​ກັ້ນ​ບັນດາ​ຜົນ​ກະທົບທີ່ຍໍ້​ທໍ້​ໂດ​ຍທຳ​ມະ​ຊາດ​ກໍ​ຂຶ້ນ. ທ່ານ​ລັດຖະມົນຕີ​ໃຫ້ຄຳຕັກເຕືອນວ່າ ຄະນະຊີ້​ນຳ​ເຂດ​ໄຕ​ຫງວຽນ ຄວນ​ເອົາ​ໃຈ​ໃສ​ຕື່ມອີກກ່ຽວ​ກັບ​ທຶນ​ພັດທະນາ​ການ​ຜະລິດ​ສຳລັບ​ຜູ້​ທຸກ​ຍາກ ​ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ພົວພັນເຮັດ​ວຽກ​ກັບ​ບັນດາ​ຂະ​ແໜງ​ການ​ຂອງແຂວງ​ຕ່າງໆເພື່ອ​ບຳລຸງ​ສ້າງ​ວິຊາ​ຊີບ, ​ແກ້ໄຂ້​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ພໍ​ແມ່​ປະຊາຊົນ. ຄຽງ​ຂ້າງ​ນັ້ນ, ກະ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ເຂດ​ໃນ​ເດືອນ 4, ຢູ່ ແຂວງຢາ​ລາຍ.
ຂ່າວ/ບົດ​ອື່ນ