ເພີ່ມທະວີ ນ້ຳໃຈສາມັກຄີມິດຕະພາບລະຫວ່າງຊາວຮ່າໂນ້ຍ ແລະ ປະເທດເພື່ອນລາວ

ເພີ່ມທະວີ ນ້ຳໃຈສາມັກຄີມິດຕະພາບລະຫວ່າງຊາວຮ່າໂນ້ຍ ແລະ ປະເທດເພື່ອນລາວ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ


(vovworld)- ຕອນ​ບ່າຍ​ວັນ​ທີ 16/10, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ງານ​ມະ​ໂຫລານ​ດົນ​ຕີ​ແຫ່ງ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ປີ 2016 ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ນະ​ຄອນ​ຮ່າ​ໂນ້ຍ​ຈັດ​ຂຶ້ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ປະ​ຈຳ​ປີ​ຂອງ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​ດ້ວຍ​ຈຸດ​ປະ​ສົງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ 2 ຊາດ ຫວຽດ​ນາມ-ລາວ​, ພ້ອມ​ທັງ​ເປັນ​ການ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ລາວຄົບ​ຮອບ 41 ປີ (2/12). ຈະ​ມີ​ເກືອບ 20 ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ງານ​ມະ​ໂຫລານ​ຄັ້ງ​ນີ້. ທ່ານດ​ວານ​ມິນ​ເຈົາ, ປະ​ທານ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ​​ນະ​ຄອນ​ຮ່າ​ໂນ້ຍ​ເນັ້ນ​ໜັກ​ວ່າ :

    “ ຮ່າ​ໂນ້ຍ​ມີ​ຈຸດ​ພິ​ເສດ​ທີ່​ສຸດ, ມີ​ນັກ​ສຶກ​ສາ​ລາວ​ນັບພັນ​ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນຫຼວງ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ສ້າງ​ຕັ້ງ​ສະ​ໂມ​ສອນ​ນັກ​ສຶກ​ສາ​ຫວຽດ​ນາມ-ລາວ, ເພື່ອ​ຊ່ວຍ​ພວກ​ເພື່ອນ​ເພີ່ມ​ລະ​ດັບ​ຄວາມ​ຮູ້​ດ້ານ​ພາ​ສາ​ຫວຽດ​ຍ​ນາມ, ພ້ອມ​ກັນ​ນັ້ນ ກໍ​ເພື່ອ​ໃຫ້​ລຸ່ນ​ໜຸ່ມ​ຂອງ 2 ປະ​ເທດ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ ຊຶ່ງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຮົາ​ໄດ້​ສ້າງ​ຂຶ້ນ ”
ຂ່າວ/ບົດ​ອື່ນ