ເພີ່ມທະວີການຄຸ້ມຄອງຊັບພະຍາກອນ,ປົກປັກຮັກສາສິ່ງແວດລ້ອມແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

  ເພີ່ມທະວີການຄຸ້ມຄອງຊັບພະຍາກອນ,ປົກປັກຮັກສາສິ່ງແວດລ້ອມແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດີງ​ຢູງກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:TTXVN


(vovworld)-  ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ,ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ນັ້ນ​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດີງ​ຢູງ ທີ່ກອງ​ປະ​ຊຸມ​ສະ​ຫລ​ຸບວຽກ​ງານ 6 ເດືອນຕົ້ນ​ປີ ແລະ ຜັນ​ຂະ​ຫຍາຍ​ແຜນ​ການ 6 ເດືອນ​ທ້າຍ​ປີ 2015 ຊື່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/7 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍົກ​ອອກ 10 ຫນ້າ​ທີ່ ຊື່ງ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຄວນ​ປະ​ຕິ​ບັດ ເພື່ອ​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຄ​້າງ, ສູ້​ຊົນ​ຜັນ​ຂະ​ຫຍາຍ​ເພື່ອ​ບັນ​ລຸ​ໝາກ​ຜົນ​ສູງ​ໃນ​ແຜນ​ການ 6 ເດືອນທ້າຍ​ປີ. ຄຽງ​ຄູ່​ກັນ​ນັ້ນ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຄວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ຜົນ​ສັກ​ສິດ​ຂອງ​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ໃນ​ບັນ​ດາ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ. ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ ແລະ ຮ່ວມ​ມື​ສາ​ກົນ ເພື່ອ​ແລກ​ປ່ຽນ ແລະ ຖອດ​ຖອນ​ບົດ​ຮຽນ, ລະ​ດົມ​ບັນ​ດາ​ແຫລ່ງ​ພູ​ມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ການ​ເງິນ ເພື່ອ​ຫນູນ​ຊ່ວຍ​ໃຫ້​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ