ເພີ່ມທະວີການປົກປັກຮັກສາອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ

(VOVWORLD) -ກອງປະຊຸມສຳມະນາແມ່ນການເຄື່ອນໄຫວວິທະຍາສາດທີ່ມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນເຊື່ອມຊຶມຄວາມຮຽກຮ້ອງທີ່ໄດ້ວາງອອກຕໍ່ໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ໃນສະພາບການໃໝ່
ເພີ່ມທະວີການປົກປັກຮັກສາອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ - ảnh 1(ທີ່ການຖະແຫຼງຂ່າວ)

ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ໂຮງພິມ ການເມືອງແຫ່ງຊາດ ຊື້ເທີດ ໄດ້ສົມທົບກັບກະຊວງຕຳຫຼວດ ຈັດການຖະແຫຼງຂ່າວເພື່ອແຈ້ງຂໍ້ມູນກ່ຽວກັບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ” ເຊິ່ງຈະຈັດຂຶ້ນໃນວັນທີ 08 ທັນວາ, ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາແມ່ນການເຄື່ອນໄຫວວິທະຍາສາດທີ່ມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນເຊື່ອມຊຶມຄວາມຮຽກຮ້ອງທີ່ໄດ້ວາງອອກຕໍ່ໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ໃນສະພາບການໃໝ່ ເຊິ່ງໄດ້ຍົກອອກມາໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ປະກອບສ່ວນສ້າງຍຸດທະສາດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດໃນສະພາບການໃໝ່ໃຫ້ສົມບູນແບບ; ຕີລາຄາຖືກຕ້ອງສະພາບການຂອງການເຄື່ອນໄຫວນຳໃຊ້ທາງເຄືອຂ່າຍອິນເຕີເນັດ ໃນການປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ ໃນປະຈຸບັນ. ຈາກນັ້ນ, ເຮັດແຈ້ງຈຸດດີ, ສິ່ງຈຳກັດ, ສາຍເຫດ, ຖອດຖອນບົດຮຽນ, ທິດທາງ, ມາດຕະການແກ້ໄຂ ແນໃສ່ເພີ່ມທະວີປະສິດທິພາບ, ປະສິດທິຜົນຂອງໜ້າທີ່ປົກປັກຮັກສາອະທິປະໄຕແຫ່ງຊາດທາງເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ