ເພີ່ມທະວີການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຮັບປະກັນຄວາມປອດໄພທາງ​ຄົມມະນາຄົມ

ເພີ່ມທະວີການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຮັບປະກັນຄວາມປອດໄພທາງ​ຄົມມະນາຄົມ - ảnh 1

(ພາບປະກອບ:vovgiaothong.vn)

(vovworld): ຕອນ​ເຊົ້າວັນ​ທີ 28/1, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ​ຫງວຽນ​ຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີຫວຽດນາມ ນຳ​ໜ້າ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ກ່ຽວ​ກັບ​ໝາກຜົນ​ເດືອນ​ຈຸດ​ສຸ​ມຜັນ​ຂະຫຍາຍການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ວຽກ​ງງານຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເສ​ງ 2013. ທີ່​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ທາງ​ນະ​ຄອນ ຈົ່ງ​ເພີ່ມ​ທະວີ​ການ​ປຸກລະດົມກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ, ບົດບາດ​ຂອງ​ໝູ່​ມະຫາຊົນ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ໂດຍ​ສະ​ເພາະ​ແມ່ນ​ອາດຊະຍາ​ກຳ​ຢາ​ເສບ​ຕິດ, ​ເສດຖະກິດ. ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ, ໃນຕົ້ນປີ, ນະຄອນ​ໂຮ່ຈິ​ມິນ ຄວນ​ສຸມ​ໃສ່​ຢ່າງ​ຂ້ຽວຂາດ​ກ່ວາ​ອີກ​ ​ເພື່ອສາມາດ​ບັນລຸ​ຄາດໝາຍ​ຫລຸດຜ່ອນ 10% ​ເມື່ອ​ທຽບ​ກັບ​ປີ 2012; ສືບ​ຕໍ່​ແກ້​ໄຂ​ສະພາບ​ລົດ​ຕິດ, ຕ້ານ​ການ​ແຂ່ງລົດ​ຜິດ​ກົດໝາຍ. ກ່ຽວ​ກັບ​ວຽກ​ງານ​ກະກຽມ​ບຸນ​ປີ​ໃໝ່ ປີ​ມະ​ເສ​ງ 2013, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ຮັບປະກັນ​ແຫຼ່ງສິນຄ້າ, ບໍ່​ໃຫ້​ເກີດ​ການ​ເພີ່ມ​ລາຄາ, ຕ້ານ​ສິນຄ້າ​ປອມ, ສິນຄ້າ​ລອກ​ແບບ​…

 

ຕອບກັບ

ຂ່າວ/ບົດ​ອື່ນ