ເພີ່ມ​ທະ​ວີ​ການ​​ພົບ​ປະແລກ​ປ່ຽນ​ຊາວ​ໜຸ່ມກອງ​ທັບ​ຫວຽດ​ນາມ - ລາວ

(VOVWORLD) - ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ຫວຽດນາມ ແລະ ລາວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ເຈິ່ນຫວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ) ແລະ ພັນໂທ ຫົງທອງ ສີຊານົນ, ຮອງຫົວໜ້າຫ້ອງວຽກງານຊາວໜຸ່ມກອງທັບປະຊາຊົນລາວ.
ເພີ່ມ​ທະ​ວີ​ການ​​ພົບ​ປະແລກ​ປ່ຽນ​ຊາວ​ໜຸ່ມກອງ​ທັບ​ຫວຽດ​ນາມ - ລາວ - ảnh 1ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ຫວຽດນາມ ແລະ ລາວ (ພາບ: qdnd.vn)

ຄະນະຜູ້ແທນຊາວໜຸ່ມກອງທັບສອງປະເທດ ໄດ້ແລກປ່ຽນມາດຕະການເພື່ອຊຸກຍູ້ວຽກງານຊາວໜຸ່ມໃນກອງທັບຂອງແຕ່ລະປະເທດ ແລະ ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງຊາວໜຸ່ມກອງທັບສອງປະເທດໃນຫຼາຍດ້ານ, ຫຼາຍຂົງເຂດ, ເພື່ອແນໃສ່ຮັກສາ, ພັດທະນາສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບໃຫ້ຫຼາຍກວ່າອີກ.

        ທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານພັນໂທ ຫົງທອງ ສີຊານົນ ໄດ້ສະເໜີບາງເນື້ອໃນ, ຄື: ໃຫ້ເພີ່ມເຕີມເອກະສານກ່ຽວຂ້ອງເຖິງວຽກງານຊາວໜຸ່ມເຂົ້າໃນຊຸດຝຶກອົບຮົມ; ສ້າງເງື່ອນໄຂຈັດການໄປທັດສະນະສຶກສາຕື່ມອີກ ເພື່ອໃຫ້ພະນັກງານ, ຊາວໜຸ່ມ, ກອງທັບປະຊາຊົນລາວ ມີໂອກາດໄດ້ເຫັນປະຈັກຕາການປ່ຽນແປງຢ່າງຕັ້ງໜ້າທາງດ້ານເສດຖະກິດ - ສັງຄົມຂອງນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະ ປະເທດ ຫວຽດນາມ ເວົ້າລວມ…


ຕອບກັບ

ຂ່າວ/ບົດ​ອື່ນ