ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ຍີ່ປຸ່ນ - ảnh 1
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ
ລະຫວ່າງຫວຽດນາມ-ຍີ່ປຸ່ນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 04/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ​ເຂົ້າ​ຢ້ຽມ​ອຳ​ລາ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ​ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຍົກ​ລະດັບ ​ແລະ ຍູ້​ແຮງ​ກາ​ນພົວພັນ ຫວຽດນາມ - ຍີ່ປຸ່ນ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​​ເລິກ​ເຊິ່ງກ້ວາງ​ຂວາງ ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ, ປະກອບ​ສ່ວນ ນຳ​ການ​ພົວພັນ 2 ປະ​ເທດ​ພັດທະນາ​ນັບ​ມື້​ນັບ​ແຮງ​, ຮອບດ້ານ​ໃນ​ຫລາຍ​ຂົງ​ເຂດ​ຄື​ດ້ານ​ການ​ເມືອງ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ດ້ານເສດຖະກິດ, ການ​ພົວພັນ​ແລກປ່ຽນ​ປະຊາຊົນ​.

        ສວ່ນທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ຖື​ວ່າ: ​​ໃນ​ສະພາບການ​ລວມຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ, ຍີ່ປຸ່ນ ​ແລະ ຫວຽດນາມ ຄວນ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຂອງ ປະຊາຊົນ 2 ປະ​ເທດ ກໍ່​ຄື​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Hiroshi Fukada ​ໃຫ້​ຮູ້​ວ່າ​: ຍີ່ປຸ່ນ ຈະ​ສືບ​ຕໍ່​ປະກອບ​ສວ່ນຫລາຍ​ກ່ວາ​ອີກ ​ໃນ​ວິວັດ​ການ​ພັດທະນາ​ຂອງ ຫວຽດນາມ ​ ​ຜ່ານການ​​ເພີ່ມ​ທະວີການ​ຮັກສາ ODA ​ໃຫ້​ແກ່ ຫວຽດນາມ ​ເພື່ອປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ.

ຂ່າວ/ບົດ​ອື່ນ