ເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ-ເອີລົບ ຂະຫຍັນຂັນເຄື່ອນ ແລະ ເຊື່ອມຈອດ

(VOVWORLD) -ວັນທີ 1 ທັນວາ, ຢູ່ນະຄອນດານັ້ງ, ກອງປະຊຸມສະມັດຊາບັນດາຜູ້ວ່າການກອງທຶນອາຊີ-ເອີລົບ(ASEF) ຄັ້ງທີ 37 ສືບຕໍ່ມື້ເຮັດວຽກທີ 2
ເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ-ເອີລົບ ຂະຫຍັນຂັນເຄື່ອນ ແລະ ເຊື່ອມຈອດ - ảnh 1ກອງປະຊຸມສະມັດຊາບັນດາຜູ້ວ່າການກອງທຶນອາຊີ-ເອີລົບ(ASEF) ຄັ້ງທີ 37 ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ໃນວາລະປະຊຸມເມື່ອຕອນເຊົ້າວັນທີ 1 ທັນວາ, ກອງປະຊຸມໄດ້ສຸມໃສ່ແລກປ່ຽນກ່ຽວກັບປະສິດທິຜົນການເຄື່ອນໄຫວ, ນຳສະເໜີທິດທາງບຸລິມະສິດຂອງກອງທຶນ ແລະ ຮັບຮອງເອົາບັນດາໂຄງການທີ່ຈະໄດ້ຮັບການຜັນຂະຫຍາຍໃນປີທີ່ຈະມາເຖິງ.

     ກອງປະຊຸມໄດ້ເຫັນດີເປັນເອກະສັນໃນທົດສະວັດທີ 3, ASEF ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງເວທີປາໄສຮ່ວມມືອາຊີ-ເອີລົບ (ASEM)  ໃນການນຳໜ້າຊຸກຍູ້ການພົວພັນຄູ່ຮ່ວມມືອາຊີ-ເອີລົບ ແລະ ການຮ່ວມມືຫຼາຍຝ່າຍໃນສັງກາດດີຈີຕອນ, ຍູ້ແຮງການພົວພັນແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈກັນ, ຮ່ວມມືໃນ 6 ຂົງເຂດບຸລິມະສິດຂອງ ASEF ຕິດພັນກັບການຫັນເປັນເຕັກໂນໂລຢີດີຈີຕອນ, ນີ້ຈະແມ່ນກຳລັງໜູນໃຫ້ແກ່ການເຊື່ອຕໍ່, ການເຕີບໂຕແບບຍືນຍົງ ແລະ ກວມລວມຂອງ ASEM .

      ກອງປະຊຸມໄດ້ເຫັນດີເປັນເອກະສັນຮັບຮອງເອົາໂຄງການ 13 ສະບັບໃນ 6 ຂົງເຂດເພື່ອຜັນຂະຫຍາຍໃນປີ 2018. ທີ່ວາລະອັດກອງປະຊຸມ, ບັນດາຜູ້ວ່າການກອງທຶນໄດ້ຮັບຮອງເອົາບົດລາຍງານສະຫຼຸບກອງປະຊຸມ ແລະ ເຫັນດີເປັນເອກະສັນຈະໂຮມປະຊຸມຢູ່ ຣູມານີ ໃນປີ 2018. ພາຍຫຼັງດຳເນີນມາເປັນເວລາ 2 , ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ. 

ຕອບກັບ

ຂ່າວ/ບົດ​ອື່ນ