ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ

(VOVWORLD) -2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ
ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ - ảnh 1(ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ)

ວັນທີ 22 ມີນາ, ກ່າວຄຳເຫັນທີ່ການໂອ້ລົມທາງໂທລະສັບກັບທ່ານ Krut Campbell, ຜູ້ປະສານງານພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ ຂຶ້ນກັບສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ຢືນຢັນແນວທາງພົວພັນກັບຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຝ່າຍຫຼາຍແບບ, ຖືການພັດທະນາການພົວພັນກັບອາເມລິກາ ເປັນສຳຄັນ; ພ້ອມທັງສະແດງຄວາມກຽມພ້ອມຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ສ່ວນທ່ານ Krut Campbell ຢືນຢັນວ່າ, ອາເມລິກາ ສືບຕໍ່ຖືການພົວພັນກັບຫວຽດນາມ ເປັນສຳຄັນ; ປາດຖະໜາວ່າ 2 ຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນບັນດາກົນໄກພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນໃນທຸກຂົງເຂດ, ສືບຕໍ່ພັດທະນາຢ່າງສະຖຽນລະພາບ, ເຂົ້າສູ່ລວງເລິກ; ຢືນຢັນວ່າ ດ້ວຍພື້ນຖານການພົວພັນເຊິ່ງ 2 ຝ່າຍໄດ້ມານະພະຍາຍາມກໍ່ສ້າງໃນຫຼາຍປີຜ່ານມາ ແລະ ບົນພື້ນຖານ, ຫຼັກການ “ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ