ເພີ່ມທະວີການພົວພັນດ້ານປ້ອງກັນຊາດຫວຽດນາມ-ຈີນ

(VOVWORLD) -ໃນລະຫວ່າງວັນທີ 22 – 26 ກໍລະກົດ, ພົນໂທ ເລືອງເກືອງ, ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມສັນຖະວະໄມຕີຈີນ ຕາມຄຳເຊີນຂອງ ພົນໂທ ແມວຂວ໋າ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າກົມວຽກງານການເມືອງຄະນະພັກການທະຫານສູນກາງຈີນ.

ເພີ່ມທະວີການພົວພັນດ້ານປ້ອງກັນຊາດຫວຽດນາມ-ຈີນ - ảnh 1ພົນໂທ ເລືອງເກືອງ ແລະ ພົນໂທ ຈາງຢຽວຊາ

(ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມຈີນ, ວັນທີ 25 ກໍລະກົດ, ພົນໂທ ຈາງຢຽວຊາ, ຮອງປະທານຄະນະພັກການທະຫານສູນກາງຈີນ ໄດ້ໃຫ້ການຕ້ອນຮັບຄະນະ. ທີ່ການຕ້ອນຮັບ, ພົນໂທ ຈາງຢຽວຊາ ເນັ້ນໜັກວ່າ, ຈີນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ຈະເພີ່ມທະວີສົມທົບກັນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ; ໃນນັ້ນການພົວພັນດ້ານປ້ອງກັນຊາດແມ່ນເນື້ອໃນສຳຄັນ. ພົນໂທ ຈາງຢຽວຊາ ປາດຖະໜາວ່າ 2 ຝ່າຍ ຈະສືບຕໍ່ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກວ່າອີກ; ພ້ອມທັງພ້ອມກັນຮັບມື, ເຮັດໃຫ້ ກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກຫວັງແບ່ງແຍກການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ໃຫ້ປະລາໄຊ.

        ກ່ອນໜ້ານັ້ນ, ວັນທີ 24 ກໍລະກົດ, ທີ່ການເຈລະຈາລະຫວ່າງ ພົນໂທ ເລືອງເກືອງ ແລະ ພົນໂທ ແມວຂວ໋າ, 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ, ໃນສະພາບການສັບສົນຄືໃນປະຈຸບັນ, ກອງທັບ 2 ປະເທດຄວນເພີ່ມທະວີການຮ່ວມມື, ພ້ອມທັງມີບັນດາການປະກອບສ່ວນລະອຽດ, ແທດຈິງ ເພື່ອປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບປະຊາຊົນ 2 ປະເທດໃຫ້ເລິກເຊິ່ງກວ່າອີກ. 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ ຄວນຢຶດໝັ້ນໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງ 2 ປະເທດບັນລຸໄດ້, ໃນນັ້ນກອງທັບ 2 ປະເທດແມ່ນກຳລັງນຳໜ້າໃນການປະຕິບັດຂໍ້ຕົກລົງຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ