ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມແລະອານເຊີຣີກວ່າອີກ

ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມແລະອານເຊີຣີກວ່າອີກ - ảnh 1
ເພີ່ມທະວີການພົວພັນດ້ານເສດຖະກິດ
ລະຫວ່າງຫວຽດນາມແລະອານເຊີຣີກວ່າອີກ
(ພາບ: baotintuc.vn)


​(vovworld) - ວັນ​ທີ 30/05, ສຳນັກ​ຂ່າວສານ​ແຫ່ງ​ລັດ ອານ​ເຊຣີ (APS) ​ແລະ ໜັງສືພິມ​ລາຍ​ວັນ “El Moudjahid” ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ປະ​ເທດ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 31/05 – 02/06 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດ​ຖະມົນຕີ​ອາ​ເຊຣີ Abdelmalek Sellal. ໜັງສືພິມ “El Moudjahid” ​ເນັ້ນ​ໜັກ​ວ່າ, ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ແລະ ອານ​ເຊຣີ ​ໄດ້​ເປັນ​​ເອກະພາບ​ນຳ​ກັນ ຍົກ​ອອກ​ບັນດາ​ໂຄງການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ກະສິກຳ, ກໍ່ສ້າງ, ອຸດສາຫະກຳ… ປີ 2014, ວົງ​ເງິນ​ແລກປ່ຽນ​ການ​ຄ້າ 2 ຝ່າຍ​ບັນລຸ 365 ລ້ານ USD. ​ເນື່ອງ​ໃນ​ໂອກາດ​ນີ້, ໜັງສື​ພິມລາຍ​ວັນ “Horizon” ​ໄດ້​ຍ້ອງຍໍ​ຊົມ​ເຊີຍການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ໜັງສື​ພິມດັ່ງ​ກ່າວ​ໄດ້​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ທະນາຄານ​​ໂລກ ຊຶ່ງຄາດ​ຄະ​ເນ​ການ​ເຕີບ​ໂຕ​ GDP ​ຂອງ​ຫວຽດນາມ ຈະ​ບັນລຸ​ໄດ້ 6% ​ໃນ​ປີ 2015 ​ແລະ ຈະ​ເພີ່ມ​ຂຶ້ນ 6,2% ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ