ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ບຸນກາຣີ ໃນລະຫວ່າງ ວັນທີ 29 ກັນຍາ - 2 ຕຸລາ, ວັນທີ 30 ກັນຍາ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Tomislav Donchev ຮອງນາຍົກລັດຖະມົນຕີ ສາທາລະນະລັດ ບຸນກາຣີ.
ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ແ່ລະ ທ່ານ Tomislav Donchev ຮອງນາຍົກລັດຖະມົນຕີ ສາທາລະນະລັດ ບຸນກາຣີ (ພາບ:VGP)

ນະທີ່ນີ້, ຮອງນາຍົກລັດຖະມົນຕີ ສອງທ່ານ ໄດ້ເຫັນດີເປັນເອກະພາບນຳການຮ່ວມມືເສດຖະກິດຂຶ້ນສູ່ລະດັບສູງໃໝ່, ສົມກັບການພົວພັນດ້ານການເມືອງ ແລະ ຄວາມຫວັງຂອງສອງປະເທດ. ການນຳສອງທ່ານເຫັນດີເປັນເອກະພາບນຳກັນວ່າ ຈະດຳເນີນ ກອງປະຊຸມຄັ້ງທີ່ 24 ຂອງ ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ບຸນກາຣີ ກ່ຽວກັບການຮ່ວມມືເສດຖະກິດ, ເພີ່ມທະວີການປະຕິບັດວຽກງານຊຸກຍູ້ດ້ານການຄ້າ, ການລົງທຶນ, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສອງປະເທດ ໃນການເຊື່ອມຕໍ່ກັບຄູ່ຮ່ວມມື, ຄົ້ນຫາຕະຫຼາດ, ເປັນຕົ້ນແມ່ນໃນບັນດາຂົງເຂດເຊິ່ງບຸນກາຣີມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ທ່ານ ເຈືອງຮ່ວາບິ່ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບບັນດາປະເທດທີ່ເປັນມູນເຊື້ອຢູ່ ພາກກາງ ແລະ ພາກຕາເວັນອອກເອີລົບ, ໃນນັ້ນມີ ບຸນກາຣີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ. ສ່ວນທ່ານ Tomislav Donchev ຢັ້ງຢືນວ່າ ຈະສະໜັບສະໜູນ ການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ EU, ໃນນັ້ນມີເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - EU (EVFTA) ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງ ຫວຽດນາມ - EU (EVIPA) ເພື່ອແນໃສ່ປະຕິບັດການຫັນຜົນປະໂຫຍດຊຶ່ງບັນດາສັນຍານຳມາໃຫ້ EU ແລະ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ພ້ອມທັງເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທາງດ້ານວັດທະນະທຳ - ການທ່ອງທ່ຽວ, ວິທະຍາສາດ - ເຕັກນິກ, ແຮງງານ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…

        ສ່ວນບັນຫາ ທະເລຕາເວັນອອກ, ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບ, ຄວາມເສລີ ແລະ ຄວາມໝັ້ນຄົງ, ປອດໄຟໃນການເດີນເຮືອ ແລະ ການບິນໃນພາກພື້ນ, ຄວາມຈຳເປັນຕ້ອງແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ1982 ( UNCLOS 1982)

ຕອບກັບ

ຂ່າວ/ບົດ​ອື່ນ