ເພີ່ມທະວີການພົວພັນມິດຕະພາບທີເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະMaroc

ເພີ່ມທະວີການພົວພັນມິດຕະພາບທີເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະMaroc - ảnh 1
(ພາບປະກອບ)

(vovworld) –  ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ,  ໂດຍ​ທ່ານ ໂງ​ດຶກ​ແມ​ັງ, ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ, ເປັນ​ຫົວ​ໜ້າ​ຄະ​ນະ, ​ດຳ​ເນີນການ​ຢ້ຽມ​ຢາມ Maroc ໃນ​ລະ​ຫວ່າງ ວັນ​ທີ 14 ມີ​ນາ ເຖິງວັນ​ທີ 16 ມີ​ນາ ດ້ວຍ​ຈຸດ​ປະ​ສົງ​ ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ລັດ​ຖະ​ສະ​ພາ ສອງ​ປະ​ເທດ. ​ຜ່ານ​​ນັ້ນ ການ​ປະ​ກອບ​ສ່ວນ​ຊຸ​ກ​ຍູ້ ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້າ​ນ ລະ​ຫວ່າງ ສອງ​ປະ​ເທດ. ໃນ​ໄລ​ຍະ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ ຢູ່ Maroc, ຄະ​ນະ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້ເຂົ້າ​ຢ້ຽມ​ຂຳ​ນັບ ທ່ານ​ Rachid Talbi El Alami, ປະ​ທານ​ສະ​ພາ​ຕ່ຳ; ​ເຂົ້າຢ້ຽມ​ຂຳ​ນັບ ທ່ານ Mohamed Ansari, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ສູງ, ເຂົ້າ​ພົບ​​ປະ ທ່ານ Mustapha El Krrachid ຂ້າຫຼວງ​ໃຫຍ່ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ແລະ ທ່ານ Khalihenna Ould Errachid ປະ​ທານ​ສະ​ພາລາດ​ສະ​ວົງ ທີ່​ປຶກ​ສາ​ກ່ຽວ​ກັບ​ບັນ​ດາ​ບັນ​ກຫາ ຢູ​່ Sahara. ​ທີ່ການ​ພົບ​ປະ ແລະ ເຮັດ​ວຽກ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ຕ້ອງ​ຂຸດ​ຄົ້ນ ​ຄວາມ​ສາ​ມາດບົ່ມ​ຊ້ອນ ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການລົງ​ທຶນ ແລະ ​ການທ່ອງ​ທ່ຽວ, ການພົບ​ປະ​ແລກ​ປ່ຽນ ລະ​ຫວ່າງ ປະ​ຊາ​ຊົນໃຫ້​ດີ​ກ່​ວາ​ເກົ່າ. ສອງ​ຝ່າຍ​ກໍ່ເປັນ​ເອ​ກະ​ພາບ ​ເພີ່ມ​ທະ​ວີການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ແບ່ງ​ປັນ, ທັດ​ສະ​ນະກ່ຽວ​ກັບ​ບາງ​ບັນ​ຫາລວມ ຄື​ການ​ປົ​ກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ເພີ່ມ​ທະ​ວີ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ, ຮ​ັບ​ປະ​ກັນ​ສິດ​ຂອງ​ມະ​ນຸດ ແລະ ຕ້ານ​ການ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ