ເພີ່ມທະວີການພົວພັນມິດຕະພາບແລະພົວພັນແລກປ່ຽນຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການພົວພັນມິດຕະພາບແລະພົວພັນແລກປ່ຽນຫວຽດນາມ-ຍີ່ປຸ່ນ - ảnh 1
ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ເປີດ​ກ້​ວາງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ ອາ​ຍຸ​ການ​ທີ 6 (2015 – 2020)
(ພາບ: thoidai.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ​, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ (ຂຶ້ນ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ເປີດ​ກ້​ວາງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ ອາ​ຍຸ​ການ​ທີ 6 (2015 – 2020). ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​​ໄດ້ເປັນ​ເອ​ກະ​ພາບ​ກັນ​ໂດຍ​ຖື​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ມາ​ຄົມ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ຕັ້ງ​ໜ້າ, ​ມີ​ລະ​ບຽບ​ວິ​ໄນ, ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ສະ​ມາ​ຄົມ​ເປັນ​ຢ່າງ​ດີ. ສະ​ມາ​ຄົມ​ຕັ້ງ​ໜ​້າ​ກະ​ກຽມ ແລະ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ຍີ່​ປຸ່ນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ອວຍ​ພອນ​ໃຫ້​ທ່ານ ໂຕ​ຮູຍ​ເຣືອ, ອະ​ດີດ​ຫົວ​ໜ້າ​​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ອະ​ດີດ​ປະ​ທານກ​ຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ, ປະ​ທານ​ກິ​ຕິ​ມະ​ສັກ​ມະ​ຫາ​ວິ​ທ​ະ​ຍາ​ໄລ ຫວຽດ​ນາມ - ຍີ່​ປຸ່ນ, ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ອາ​ຍຸ​ການ​ຊຸດ​ທີ 6 (2015 – 2020).


ຂ່າວ/ບົດ​ອື່ນ