ເພີ່ມທະວີການພົວພັນສະໜິດສະໜົມລະຫວ່າງ ຫວຽດນາມ - ລາວ

ເພີ່ມທະວີການພົວພັນສະໜິດສະໜົມລະຫວ່າງ ຫວຽດນາມ - ລາວ - ảnh 1
ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ​​ໄທ ​ໄດ້​ໄປ​ອວຍພອນ​ປີ​ໃໝ່ການ​ນຳ ​ແລະ ພະນັກງານ​ສະຖານທູ​ດ ຫວຽດນາມ ປະຈຳນະຄອນຫຼວງ ບາງກອກ
(ພາບ: Hà Linh/Vietnam+)

(vovworld) - ວັນ​ທີ 6/2, ທ່ານ ລີ ບຸນ​ຄຳ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ​​ໄທ ​ໄດ້​ໄປ​ອວຍພອນ​ປີ​ໃໝ່ການ​ນຳ ​ແລະ ພະນັກງານ​ສະຖານທູ​ດ ຫວຽດນາມ ປະຈຳນະຄອນຫຼວງ ບາງກອກ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເສ​ງ 2013. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ສືບ​ຕໍ່​ບັນດາ​ເຫດການ​ຂອງ​ປີ 2012, ​ເຊິ່ງ​ແມ່ນປີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ​ແລະ ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ​ໄທ ຢັ້ງຢືນ​ວ່າ: ການ​ພົວພັນ​ລະຫວ່າງ ລາວ - ຫວຽດນາມ ​ແມ່ນ​ການ​ພົວພັນ​ພິ​ເສດ. ​ໃນ​ປີຜ່ານມາ, 2 ຝ່າຍ​ໄດ້​ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ 2 ປະ​ເທດ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ໄທ ​ໂງ​ວັນ​ຖັງ ​ແລ​້ວ, ຫວຽດນາມ ​ແລະ ລາວ ​ແມ່ນ 2 ປະ​ເທ​ດອ້າຍ​ນ້ອງ, ມີ​ການ​ພົວພັນ​ມິດຕະພາບ​​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ຕະຫຼອດ 50 ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດມີ​ບາດກ້າວ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ທັງ 2 ປະ​ເທດ. ການ​ພົວພັນດ້ານ​ການ​ເມືອງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັດ​​ແໜ້ນ. ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ​ມີ​ບາດກ້າວ​ພັດທະນາ​ຢ່າງ​ຈະ​ແຈ້ງ. ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ. ການ​ພົວພັນ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ໂອ້​ລົ​ມສົນທະນາ​ນັບ​ມື້​ນັບ​​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ. ອິດທິພົນ​ຊື່​ສຽງກໍ່​ຄື​ທີ່​ຕັ້ງ​ບົດບາດ​ຂອງ 2 ປະ​ເທດ​ລ້ວນ​ແຕ່​ໄດ້​ຮັບ​ການຍົກ​ສູງ​ຂຶ້ນຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ