ເພີ່ມທະວີການພົວພັນຫວຽດນາມ - ກຳປູເຈຍ

ເພີ່ມທະວີການພົວພັນຫວຽດນາມ - ກຳປູເຈຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ພົບປະກັບ
ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານກຳ​ປູ​ເຈຍ
( ພາບ: chinhphu.vn )


(vovworld) -     ຕອນ​ບ່າຍ​ວັນ​ທີ 14/8, ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ນຳ​ໜ້າ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ປະ​ເທດ​ກຳ​ປູ​ເຈຍ ຢ່າງ​ເປ​ັນທາງ​ການ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Ke Kim Yan. ທີ່​ພະ​ນົມ​ເປັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ Men Som On, ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານກຳ​ປູ​ເຈຍ, ປະທານ​ສະມາຄົມ​ມິດຕະພາບ​ກຳ​ປູ​ເຈຍ - ຫວຽດນາມ,. ນະ​ທີ່​ນີ້, ທ່ານ​ນາງ Men Som On ​ໄດ​້ຢືນຢັນ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ກຳ​ປູເຈຍ ​ແລະ ຫວຽດນາມ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າຂອງ​ປະຊາຊົນ​ສອງ​ປະ​ເທ​ດ​​ເຊິ່ງຄວນ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ໃນ​ທຸກຂົງ​ເຂດ. ກຳ​ປູ​ເຈຍ ​ແລະ ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ຖານບ້ານ​​ໃກ້​ເຮືອນ​ຄຽງ​ເຊິ່ງ​ພ້ອມ​ກັນແບ່ງປັນ​ຄວາມທຸກ​ຍາກ​ລຳບາກ, ຊ່ວຍ​ເຫຼືອ​ເຊິ່ງກັນ​ ​ແລະ ກັນ​ໃນ​ບັນດາ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດມາ​ໃຫ້​ແກ່​ປ​ະ​ເທດ​ຊາດ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຍາມ​ໃດປະຊາຊົນ​ກຳ​ປູ​ເຈຍ ກໍ​ຈົດ​ຈຳ​ບຸນຄຸນ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ເຊິ່ງ​ໄດ້​ຊ່ວຍ​​ເຫຼືອປະຊາຊົນ​ກຳ​ປູ​ເຈຍ ຫຼຸດ​ຜົ້ນອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ ຂະ​​ແມ​ແດງ ​ແລະ ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຄືປະຈຸ​ບັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເນັ້ນ​ໜັກ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ກຳ​ປູ​ເຈຍ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນດ້ວຍ​​ເລືອດ​ເນື້ອຂອງ​ປະຊາຊົນ​ສອງ​ປະ​ເທດ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງໄຫຼ່, ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍຫຼາຍ​ປະການ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ປາດຖະໜາ​ວ່າ ສະມາຄົມ​ມິດຕະພາບ​ກຳ​ປູ​ເຈຍ - ຫວຽດນາມ ສືບ​ຕໍ່​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ແລະ ຄະນະ​ຜູ້​ແທນ​ໄດ້​​ໄປ ວາງ​ພວງມາລາ​ອາ​ຢູ່​ອານຸສາ​ວະລີ​ທະຫານ​ອາສາ​ສະມັກ​ຫວຽດນາມ ຢູ່​ພະນົມ​ເປັນ.

ຂ່າວ/ບົດ​ອື່ນ