ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ-ໂອ​ຕາ​ລິດ

(VOVWORLD) -ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ,  ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ໄດ້ມີການພົບປະວົງແຄບ ແລະ ຕໍ່ຈາກນັ້ນ ເປັນປະທານຮ່ວມກອງປະຊຸມລະຫວ່າງ ຄະນະຜູ້ແທນຂັ້ນສູງ 2 ປະເທດ.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ-ໂອ​ຕາ​ລິດ - ảnh 1ທ່ານປະທານາທິບໍດີ  Alexander Van der Bellen ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ
(ພາບ: TTXVN)

        ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ທຳນຽບປະທານປະເທດ ໂອຕາລິດ, ຢູ່ນະຄອນຫຼວງ ວຽນນາ, ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ທີ່ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ສ.ໂອຕາລິດ ຢ່າງສົມກຽດ.

ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ-ໂອ​ຕາ​ລິດ - ảnh 2ສອງຝ່າຍໄດ້ດຳເນີນການເຈລະຈາ

      ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ,  ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ໄດ້ມີການພົບປະວົງແຄບ ແລະ ຕໍ່ຈາກນັ້ນ ເປັນປະທານຮ່ວມກອງປະຊຸມລະຫວ່າງ ຄະນະຜູ້ແທນຂັ້ນສູງ 2 ປະເທດ.

    ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ວໍ້ວັນເຖືອງຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານອັນດີງາມກັບ ໂອຕາລິດ. ທ່ານປະທານປະເທດ ວໍ້ວັນເຖືອງ ປາດຖະໜາວ່າ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຍາດແຍ່ງບັນດາຜົນປະໂຫຍດຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA); ໂອຕາລິດ ມີນະໂຍບາຍຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂອຕາລິດ ຊຸກຍູ້ການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງຄື: ອຸດສາຫະກຳສະໜັບສະໜູນການຜະລິດລົດໂອໂຕ, ເສັ້ນທາງລົດໄຟ, ອຸປະກອນການແພດ, ການຢາ. ຮຽກຮ້ອງໂອຕາລິດໜັບສະໜູນ ແລະ ຊຸກຍູ້ຄະນະກຳມະການ ເອີລົບ (EC) ຖອນບັດເຫຼືອງ IUU ໃຫ້ແກ່ສິນໃນນ້ຳຂອງ ຫວຽດນາມໂດຍໄວ, ສ້າງເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ສົ່ງອອກສິນຄ້າປະເພດນີ້ໄປ EU. ທ່ານປະທານປະເທດກໍ່ສະເໜີໃຫ້ໂອຕາລິດ ຈັດຫວຽດນາມ ເຂົ້າໃນບັນຊີບຸລິມະສິດເພື່ອໄດ້ຮັບການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ແລະ ມີບັນດານະໂຍບາຍໃຫ້ກູ້ຢືມທຶນດ້ວຍຄ່າດອກເບ້ຍຕ່ຳ, ພິເສດແມ່ນບັນດາໂຄງການໃນຂົງເຂດສາທາລະນະສຸກ, ສິ່ງແວດລ້ອມ, ບຳລຸງສ້າງວິຊາຊີບ, ປ້ອງກັນ ແລະ ດັບເພີງ, ກູ້ໄພກູ້ຊີບ.

    ສ່ວນທ່ານປະທານາທິບໍດີ Alexander Van der Bellen ຢືນຢັນວ່າ ໂອຕາລິດ ຖືເປັນສຳຄັນ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຫວຽດນາມ ຊຶ່ງໄດ້ຮັບ ການສ້າງຕັ້ງໃນປີ 1972, ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ໂອຕາລິດ ຢູ່ພາກພື້ນ ອາຊີ - ປາຊີຟິກ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ…

      ການນຳສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງກັນ, ປຶກສາຫາລືທິດທາງການຮ່ວມມື ແລະ ມາດຕະການເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ໂອຕາລິດ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວັດທະນະທຳ - ກິລາ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ການນຳສອງທ່ານເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນສະຫະປະຊາຊາດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ສະໜັບສະໜູນກົດໝາຍສາກົນໃນນັ້ນມີ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).

    ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ປະທານາທິບໍດີ ໂອຕາລິດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂອຕາລິດ.

ຕອບກັບ

ຂ່າວ/ບົດ​ອື່ນ