ເພີ່ມທະວີການພົວພັນຮ່ວມມືລະຫວ່າງແຂວງແຂ໋ງຮ່ວາ - ຈຳປະສັກ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງແຂວງແຂ໋ງຮ່ວາ - ຈຳປະສັກ - ảnh 1
(ພາບ: baokhanhhoa.com.vn)

(vovworld) -     ວັນ​ທີ 7/9, ຄະນະ​ຜູ້​ແທນຂັ້ນ​ສູງ​ແຂວງ​ຈຳ​ປະ​ສັກ, ​ໂດຍ​ທ່ານ ສອນໄຊ ສີ​ພັນ​ດອນ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ​ໆ ຈຳ​ປະ​ສັກ, ນຳ​ໜ້າ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງ​ແຂ໋ງ​ຮ່ວາ. ທີ່​ການ​ຕ້ອນຮັບ, ການ​ນຳ​ສອງ​​ແຂວງ ​ໄດ້​ສະ​ແດງ​ກາ​ນປະ​ເອີ​ບ​ໃຈຕໍ່​ການ​ພົວພັນ​ຮ່ວມ​ມື, ພ້ອມ​ກັນ​ພັດທະນາ​ລະຫວ່າງ​ສອງ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ມີ​ສັນຍາ​ຮ່ວມ​ມື​ໄລຍະ 2011 – 2015 ​ໄດ້​ກຳນົດ​ວ່າ ​ແມ່ນ​ພື້ນຖານ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງຮອບດ້ານ, ມຸ່ງ​ໄປ​ເຖິງຈຸດໝາຍ​ທີ່​ແທດ​ຈິງ, ສອງ​ແຂວງ​ກໍ​ໄດ້​ວາງ​ອອກ​ບັນ​ດາ​ເນື້ອ​ໃນ​ຮ່ວມມືຈຸດ​ສຸມ​ໃນ​ທຸກ​ຂົງ​ເຂດ​ຄື; ສາທາລະນະ​ສຸກ, ການ​ສຶກສາ, ອຸດສາຫະກຳ, ປາ​ໄມ້…

ຂ່າວ/ບົດ​ອື່ນ