ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ສະວິດ

(VOVWORLD) - ການຢ້ຽມຢາມແມ່ນເພື່ອເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ, ພ້ອມທັງປັບປຸງການພົວພັນອັນດີງາມລະຫວ່າງອົງການນິຕິບັນຍັດຂອງ 2 ປະເທດ.
ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ສະວິດ - ảnh 1ທ່ານປະທານສະພາແຫ່ງຊາດ ສະວິດ Martin Candinas
(ພາບ: TTXVN)

        ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດ ສະວິດ Martin Candinas ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 27-30 ມິຖຸນາ. ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ອນການໄປຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ສະວິດ Thomas Gass ໃຫ້ຮູ້ວ່າ, ການຢ້ຽມຢາມແມ່ນເພື່ອເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ, ພ້ອມທັງປັບປຸງການພົວພັນອັນດີງາມລະຫວ່າງອົງການນິຕິບັນຍັດຂອງ 2 ປະເທດ. ໃນການຢ້ຽມຢາມ ຫວຽດນາມ, ທ່ານ Martin Candinas ຈະຕິດຕາມການຄຸ້ມຄອງ, ຜັນຂະຫຍາຍບ້ວງເງິນໜູນຊ່ວຍດ້ານເຕັກນິກໃຫ້ແກ່ ຫວຽດນາມ ທີ່ມີມູນຄ່າ 70 ລ້ານ Franc ສະວິດ (CHF) ຈາກລັດຖະບານ ສະວິດ ສຳລັບໄລຍະ 2021 – 2024, ສຸມໃສ່ບັນດາຂົງເຂດປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິຮູບເສດຖະກິດ, ພ້ອມກັບໂຄງການອື່ນໆ. ທ່ານເອກອັກຄະລັດຖະທູດ Thomas Gass ຢືນຢັນວ່າ, ການພົວພັນລະຫວ່າງ 2 ປະເທດໄດ້ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ