ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງປະທານປະເທດ ແລະ ແນວໂຮມປະເທດຊາດ ຫວຽດນາມ

(VOVWORLD) - ບ່າຍວັນທີ 29 ມີນາ, ທີ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານສົມທົບກັນໃນປີ 2018 ລະຫວ່າງປະທານປະເທດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ.
ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງປະທານປະເທດ ແລະ ແນວໂຮມປະເທດຊາດ ຫວຽດນາມ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ປີ 2018 ປະທານປະເທດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄວນຍູ້ແຮງການສົມທົບກັນກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ; ສູ້ຊົນປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ສ້າງລະບົບການເມືອງປອດໄສ, ໝັ້ນຄົງເຂັ້ມແຂງ.

        ທ່ານປະທານປະເທດສະເໜີໃຫ້ຫ້ອງວ່າການປະທານປະເທດ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັນຈັດຕັ້ງການປະຕິບັດກົດລະບຽບຕິດຕາມກວດກາ ແລະ ໄຈ້ແຍກສັງຄົມຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ