ເພີ່ມ​ທະ​ວີ​ການ​​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ ແລະ ລັດ​ເຊຍ

(VOVWORLD) -ວັນທີ 9 ກຸມພາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳປີ ຂອງ ກະຊວງການຕ່າງປະເທດ ລັດເຊຍ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ສະແດງຄວາມຫວັງວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລັດເຊຍ ແລະ ອາຊຽນ ຈະໄດ້ຍົກຂຶ້ນສູ່ລະດັບສູງໃໝ່.

ເພີ່ມ​ທະ​ວີ​ການ​​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ ແລະ ລັດ​ເຊຍ - ảnh 1ການນຳບັນດາປະເທດ ອາຊຽນ ແລະ ລັດເຊຍ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ທີ່ໄດ້ຈັດຕັ້ງໃນເດືອນຕຸລາ ປີ 2021 ທີ່ຜ່ານມາ (ພາບ: TTXVN)

ທ່ານນາງ Maria Zakharova ໄດ້ປະກາດກ່ຽວກັບກອງປະຊຸມຈະມາເຖິງ ຂອງ ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ກັບບັນດາສະມາຊິກຂອງຄະນະກຳມະການອາຊຽນ ຢູ່ ມົດສະກູ, ລວມມີບັນດາເອກອັກຄະລັດຖະທູດ ຂອງບັນດາປະເທດ ສະມາຊິກ ອາຊຽນ ຢູ່ ລັດເຊຍ. ກອງປະຊຸມຈະດຳເນີນໃນວັນທີ 17 ກຸມພາ, ໂດຍສຸມໃສ່ເຂົ້າໃນການຜັນຂະຫຍາຍບັນດາຂອງກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ທີ່ໄດ້ຈັດຕັ້ງໃນເດືອນຕຸລາ ປີ 2021 ທີ່ຜ່ານມາ. ຄາດວ່າ ເຈົ້າໜ້າທີ່ບັນດາປະເທດ ກໍ່ຈະປຶກສາຫາລື ບັນດາມາດຕະການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງຝ່າຍ ໃນບັນດາຂົງເຂດຄື ການເມືອງ, ການຄ້າ, ເສດຖະກິດ ແລະ ວັດທະນະທຳສັງຄົມ.  ຝ່າຍ ລັດເຊຍ ໄດ້ ເນັ້ນໜັກເປັນພິເສດເຖິງ ບັນດາບັນຫາພ້ອມກັນຮັບມືກັບບັນດາສິ່ງທ້າທາຍ ແລະ ໄພນາບຂູ່ໃນປັດຈຸບັນ, ລວມມີບັນດາຂົງເຂດສາທາລະນະສຸກ, ການປ້ອງກັນຕ້ານໂລກລະບາດໂຄວິດ - 19. ນອກຈາກນັ້ນ, ສອງຝ່າຍ ຈະແລກປ່ຽນທັດສະນະກ່ຽວກັບບາງບັນຫາສະຖານະການ ໃນໂຄງການດຳເນີນງານຂອງສາກົນ ແລະ ພາກພື້ນ, ລວມມີ ການເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ຢູ່ເຂດອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ