ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ

(VOVWORLD) - ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກໍ່ໄດ້ແບ່ງປັນບັນດາຄຳເຫັນແນ່ໃສ່ປັບປຸງ ແລະ ເພີ່ມທະວີການຮ່ວມມືດ້ານການສຶກສາຄົ້ນຄວ້າ ແລະ ວັດຖະນະທຳ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ
ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ - ảnh 1 ທ່ານ ບຸຍຄັ໊ກເຊີນ ກ່າວຄຳເຫັນທີ່ພິທີ 

ເນື່ອງໃນໂອກາດ 54 ປີ ແຫ່ງວັນອາຟຣິກາ (25/05/1963 – 25/05/2017), ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົມທົບກັບ ສະຖານທູດບັນດາປະເທດ ອາຟຣິກາ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ຂຸດຄົ້ນທ່າແຮ່ງຂອງປະຊາກອນຜ່ານການລົງທຶນເຂົ້າຊາວໜຸ່ມຢູ່ ອາຟຣິກາ”. ກ່າວຄຳປາໄສໃນກອງປະຊຸມສຳມະນາ, ທ່ານ ບຸຍຄັ໊ກເຊີນ ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຢັ້ງຢືນດ້ວຍພາລະໜ້າທີ່ ແລະ ບົດບາດ ເປັນຂົວເຊື່ອມ ຕໍ່ໃຫ້ການພັດທະນາສາຍພົວພັນມິດຕະພາບ ແລະ ຊຸກຍູ້ການຮ່ວມມືເສດຖະກິດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຮ່ວມມື ຫວຽດນາມ - ອາຟຣິກາ ພ້ອມແລ້ວໃຫ້ການຊ່ວຍເຫຼືອບັນດາເພື່ອນຊາວໜຸ່ມຊອກຮູ້ຮູບແບບເລີ່ມທຸລະກິດ, ບັນດາແບບຢ່າງຊາວໜຸ່ມດຳເນີນທຸລະກິດເກັ່ງຢູ່ຫວຽດນາມ. ທ່ານ ບຸຍຄັ໊ກເຊີນ ກໍ່ໄດ້ສະແດງຄວາມປາຖະໜາເພີ່ມທະວີການເຄື່ອນໄຫວພົບປະລະຫວ່າງຊາວ ໜຸ່ມ, ພົບປະແລກປ່ຽນລະຫວ່າງນັກທຸລະກິດໜຸ່ມຊ່ວຍໃຫ້ຊາວໜຸ່ມຊອກຮູ້, ຕົວຈິງກ່ຽວກັບວັດທະນະທຳຢູ່ແຕ່ລະປະເທດ, ພ້ອມກັນສຶກສາຮໍ່າຮຽນແບ່ງປັນກ່ຽວກັບບົດຮຽນເຮັດທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກໍ່ໄດ້ແບ່ງປັນບັນດາຄຳເຫັນແນໃສ່ປັບປຸງ ແລະ ເພີ່ມທະວີການຮ່ວມມືດ້ານການສຶກສາຄົ້ນຄວ້າ ແລະ ວັດທະນະທຳ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ.

ຕອບກັບ

ຂ່າວ/ບົດ​ອື່ນ