ເພີ່ມທະວີການຮ່ວມມື ຫວຽດນາມ - ຮົ່ງກົງ (ຈີນ) ໃນການພັດທະນາແລວເສດຖະກິດ ອ່າວພາກເໜືອ

ເພີ່ມທະວີການຮ່ວມມື ຫວຽດນາມ - ຮົ່ງກົງ (ຈີນ) ໃນການພັດທະນາແລວເສດຖະກິດ ອ່າວພາກເໜືອ - ảnh 1
ຮອງ​ນາຍົກລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ຫ້ອງ​ການ​ການ​ຄ້າ ຮົ່ງກົງ (ປະ​ເທດ​ ຈີນ) - ຫວຽດນາມ
(ພາບ: Hà Ngọc/Vietnam+)

(vovworld) – ວັນ​ທີ 31/7, ຄະນະ​ປະຕິບັດ​ງານ​ລະຫວ່າງ​ຂະ​ແໜງ​ຂອງ ຫວຽດນາມ ​ໂດຍ​ທ່ານ ​ໂຮ່ຊວນ​ເຊີນ, ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ ນຳ​ໜ້າ ມີ​ການ​ເຮັດ​ວຽກ​ກັບ​ຫ້ອງ​ການ​ການ​ຄ້າ ຮົ່ງກົງ (ປະ​ເທດ​ ຈີນ) - ຫວຽດນາມ. ນີ້​ແມ່ນ​ສະຖານ​ທີ່​ສຸດ​ທ້າຍ​ໃນ​ການ​ຢ້ຽມຢາມ ​ແລະ ສຳ​ຫຼວດ​ແລວ​ເສດຖະກິດ ອ່າວ​ພາກ​ເໜືອ​ຂອງ​ຄະນະ​​ໃນ​ລະ​ຫວ່າງ​ວັນ​ທີ 26 – 31/7. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ດຣ Jonathan Choi, ປະທານ​ຫ້ອງການການ​ຄ້າ ຮົ່ງກົງ (ປະ​ເທດ​ ຈີນ) - ຫວຽດນາມ ຖື​ວ່າ: ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ຫ້ອງການການ​ຄ້າ ຮົ່ງກົງ (ປະ​ເທດ​ ຈີນ) - ຫວຽດນາມ ຮັບ​ຟັງ​ຄຳ​ເຫັນ​ໂດ​ຍກົງ​ຈາກ​ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ 10 ກະຊວງ, ຂະ​ແໜງ​ການຂອງ ຫວຽດນາມ ກ່ຽວ​ກັບ​ກາລະ​ໂອກາດ​ລົງທຶນ​ພັດທະນາ​​ໃໝ່ ຢູ່ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ນີ້. ທ່ານ ດຣ Jonathan Choi ​ເຊື່ອ​ໝັ້ນ​ວ່າ: ​ເລື່ອງ​ບັນດາ​ປະ​ເທດ ອາ​ຊຽນ ຕົກລົງ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ ຮົ່ງກົງ ​ເຂົ້າ​​ເປັນ​ສະມາຊິກ​ຂອງ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ - ຈີນ ດ້ວຍ​ຖານະ​ເປັນສະມາຊິກ​ພິ​ເສດສະ​ເພາະ, ສາຍ​ພົວພັນ​ລະຫວ່າງ ຮົ່ງກົງ ​ແລະ ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ, ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແລວ​ເສດຖະກິດ ອ່າວ​ພາກ​ເໜືອ, ພິ​ເສດ​ແມ່ນ​ເຂດ 3 ຫຼ່ຽ​ມ ຮົ່ງກົງ - ກວາງ​ຊີ (ປະ​ເທດ ຈີນ) - ຫວຽດນາມ.

 

ຂ່າວ/ບົດ​ອື່ນ