ເພີ່ມທະວີການຮ່ວມມື, ແລກປ່ຽນສາກົນເພື່ອ ພັດທະນາຂະແໜງ ນ້ຳມັນອາຍແກສ


ເພີ່ມທະວີການຮ່ວມມື, ແລກປ່ຽນສາກົນເພື່ອ ພັດທະນາຂະແໜງ ນ້ຳມັນອາຍແກສ - ảnh 1

 (ພາບ: VGP/Nguyên Linh)

 (vovworld)-  ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ທີ່​ກອງປະຊຸມ ​ແລະ ງານ​ວາງສະ​ແດງ​ຂອງ​ສະພາ​ນ້ຳມັນ​ອາຍ​ແກ​ສອາ​ຊຽນ (ASCOPE) ຄັ້ງທີ 10 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 28/11 ຢູ່​ນະຄອນ​ໂຮ່ຈິມິນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ໃຫ້​ຮູ້​ວ່າ: ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ຂະ​ແໜງ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ພັດທະນາ, ຖື​ວ່າ, ນີ້​ແມ່ນ​ຂະ​ແໜງ​ນຳ​ໜ້າ​ຂອງ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ລວມຂອງ​ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຫວັງ​ວ່າ ​ເຫດກາ​ນນີ້ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບັນດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ທີ່​ສຸດ, ສົມທົບ​ລະຫວ່າງ​ບັນດາ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ໃນ​ກຸ່ມ ສະພາ​ນ້ຳມັນ​ອາຍ​ແກ​ສອາ​ຊຽນ (ASCOPE) ກໍ່ຄື​ບັນດາ​ກຸ່ມ​ບໍລິສັດ​ສາກົນ, ພິ​ເສດ​ແມ່ນ​ໃນ​ບັນດາ​ເນື້ອ​ໃນ: ສຳ​ຫຼວດນ້ຳມັນ​ອາຍ​ແກ​ສ, ຂຸດ​ຄົ້ນ, ປຸງ​ແຕ່ງ ​ແລະ ຂົນ​ສົ່ງ​ນ້ຳມັນ​ອາຍ​ແກ​ສ.

ຂ່າວ/ບົດ​ອື່ນ