ເພີ່ມທະວີການຮ່ວມມືກ່ຽວກັບການກະຈາຍສຽງລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ VOV ໄດ້ຊີ້ແຈ້ງວ່າ ຫວຽດນາມ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.
ເພີ່ມທະວີການຮ່ວມມືກ່ຽວກັບການກະຈາຍສຽງລະຫວ່າງ ຫວຽດນາມ ແລະ ອົດສະຕາລີ - ảnh 1ເອກອັກຄະລັດຖະທູດ ອົດສະຕາລີ ແລະຜູ້ອຳນວຍການໃຫຍ່ VOV

ຕອນເຊົ້າວັນທີ 8 ກຸມພາ, ທີ່ສູນກະຈາຍສຽງແຫ່ງຊາດ, ເລກທີ 58 ຖະໜົນກວານຊື໋, ຮ່າໂນ້ຍ, ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບທ່ານ Craig Chittick, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ VOV ໄດ້ຊີ້ແຈ້ງວ່າ ຫວຽດນາມ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. VOV ສະໜັບສະໜູນການພົວພັນລະຫວ່າງ 2 ປະເທດກໍ່ຄືທີ່ຕັ້ງ, ຖານະບົດບາດຂອງ ອົດສະຕາລີ ໃນພາກພື້ນ ອາຊີ - ປາຊີຟິກ. VOV ຕີລາຄາສູງການຊ່ວຍເຫຼືອຂອງ ອົດສະຕາລີ ສຳລັບ ຫວຽດນາມ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ,  ການກະຈາຍສຽງ -ໂທລະພາບ. ທີ່ການຕ້ອນຮັບ, ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ VOV ໄດ້ແຈ້ງໃຫ້ຊາບບາງຈຸດພົ້ົ້ນເດັ່ນກ່ຽວກັບ VOV:

        “ປະຈຸບັນ, VOV ມີ 8 ຊ່ອງກະຈາຍສຽງແຫ່ງຊາດ 17 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ ແລະ 1 ສິ່ງພິມ. ໃນເດືອນ ມີນາ 2018, VOV ໄດ້ສ້າງຕັ້ງຫ້ອງການປະຈຳຢູ່ Sydney, ອົດສະຕາລີ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ VOV ຕີລາຄາສູງບົດບາດຂອງ ອົດສະຕາລີ ສຳລັບການພົວພັນ ກັບ ຫວຽດນາມ ກໍ່ຄືບົດບາດຂອງ ອົດສະຕາລີ ໃນພື້ນຖານເສດຖະກິດ, ການເມືອງຂອງໂລກ.”

        ສ່ວນທ່ານ Craig Chittick, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຊົມເຊີຍເລື່ອງ VOV ກະກຽມ ເປີດຫ້ອງການຜູ້ຕາງໜ້າຢູ່ Sydney. ທ່ານເອກອັກຄະລັດຖະທູດ Craig Chittick ໃຫ້ຮູ້ວ່າ: ປີ 2018, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ, 2 ປະເທດມີການເຄື່ອນໄຫວປັບປຸງການພົວພັນຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ