ເພີ່ມທະວີການຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ກັບບັນດາກຸ່ມບໍລິສັດແຖວໜ້າຂອງ ອາເມລິກາ
(VOVWORLD) - ການຮ່ວມມືກັບ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດຍຸດທະສາດໃນໄລຍະຍາວ ແລະ ປະກອບສ່ວນປັບປຸງດູ່ນການຄ້າຕາມທິດມີຄວາມຍຸຕິທຳ, ກົມກຽວ, ຍືນຍົງລະຫວ່າງສອງປະເທດ. ຫວຽດນາມ ຕ້ອງໄດ້ຮັບການປະພຶດຄືຄູ່ຮ່ວມມືບຸລິມະສິດຂອງ ອາເມລິກາ.
ໂດຍສືບຕໍ່ໂຄງການປະຕິບັດງານຢູ່ ອາເມລິກາ, ວັນທີ 20 ພຶດສະພາ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ຫົວໜ້າຄະນະເຈລະຈາລັດຖະບານ ໄດ້ມີພົບປະ ແລະ ເຮັດວຽກກັບການນຳບັນດາກຸ່ມບໍລິສັດ Excelerate Energy, Lockheed Martin, Space X ແລະ Google. ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢ້ຽນ ສະເໜີບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາຄື Excelerate Energy, Lockheed Martin, Space X ແລະ Google ດ້ວຍຜົນສະທ້ອນຢ່າງແຮງ, ຊ່ວຍປະກອບຄຳເຫັນຕໍ່ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ Donald Trump ເພື່ອສົ່ງສານຂອງ ຫວຽດນາມ, ນັ້ນແມ່ນ ເລື່ອງ ຫວຽດນາມ ແລະ ອາເມລິກາ ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ ແລະ ພວມຊຸກຍູ້ຢ່າງແຮງ, ສ້າງເງື່ອນໄຂສະດວກຊ່ວຍບັນດາບໍລິສັດອາເມລິກາ ລົງທຶນ ແລະ ດຳເນີນທຸລະກິດຢ່າງສະດວກຢູ່ ຫວຽດນາມ. ເພາະສະນັ້ນ, ການຮ່ວມມືກັບ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດຍຸດທະສາດໃນໄລຍະຍາວ ແລະ ປະກອບສ່ວນປັບປຸງດູ່ນການຄ້າຕາມທິດມີຄວາມຍຸຕິທຳ, ກົມກຽວ, ຍືນຍົງລະຫວ່າງສອງປະເທດ. ຫວຽດນາມ ຕ້ອງໄດ້ຮັບການປະພຶດຄືຄູ່ຮ່ວມມືບຸລິມະສິດຂອງ ອາເມລິກາ. ຫວຽດນາມ ສະເໜີ ອາເມລິກາ ພ້ອມກັບ ຫວຽດນາມ ແກ້ໄຂບັນຫາຍັງຄົງຂ້າງດ້ານເສດຖະກິດການຄ້າໃນປັດຈຸບັນ, ຮັບຮູຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດໂດຍໄວ ແລະ ນຳຫວຽດນາມອອກຈາກບັນຊີລາຍຊື D1, D3 ກ່ຽວກັບການຈຳກັດການສົ່ງອອກບັນດາຜະລິດຕະພັນເຕັກໂນໂລຢີສູງ. ສິ່ງນີ້ຈະປະກອບສ່ວນນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງມາໃຫ້ສອງປະເທດໃນໄລຍະສັ້ນ ແລະ ໄລຍະຍາວ.