ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນພາກກາງແລະໄຕຫງວຽນ

ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນພາກກາງແລະໄຕຫງວຽນ - ảnh 1
(ພາບ​ປະ​ກອບ: vietnamtourism)

(vovworld) – ​ດ້ວຍເປົ້າ​ໝາຍ​ສົ່ງ​ເສີມ​ການ​ລົງ​ທຶນ “4 ທ້ອງ​ຖິ່ນ ຈຸດ​ນັດ​ພົບ​ດຽວ”, ໃນ​ວັ​ນ​ທີ່ 03/04 ຢູ່ນະ​ຄອນ ​ກຸ໋ຍ​ເຍີນ, 4 ແຂວງ​ເຂດ​ພາກ​ກາງ-​​ໄຕ​ຫງວຽນ ຄື ບີ່ງ​ດິງ, ຟູ໋​ອຽນ, ຢາ​ລາຍ, ດັກ​ລັກ ຈັດ​ກອງ​ປ​ະ​ຊຸມ​ສົ່ງ​ເສ​ີມ​ການ​ລົງ​ທຶນ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ ປີ 2016, ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ຜູ້​ແທນ​ທີ່​ຕາງ​ໜ້າບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ; ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​ 300 ຄົນ. ທີ່ກອງ​ປະ​ຊຸມ, ແຂວງ​ບີ່ງ​ດິງ ປະ​ກາດ​ການ​ປັບ​ປຸງ​ເພີ່ມ​ເຕີມ ​ແຜນ​ກຳ​ນົດພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແຂວງ​ບີ່ງ​ດິງ ຮອດ ປີ 2020 ແລະ ວິ​ໄສ​ທັດ 2030 ດ້ວຍ 45 ໂຄງການ​ລົງ​ທຶນ ຈຸດ​ສຸມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ດ້ວຍຍອດ​ຈຳ​ນວນ​ທຶນແມ່ນ 36.500 ຕື້​ດົ່ງ, ໃນ​ນັ້ນ​ມີ 23 ໂຄງ​ການ​ທ່ອງ​ທ່ຽວ ຮຽກ​ຮ້ອງກ​ານ​ລົງ​ທຶນ. ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​​ກົມ​ໃຫຍ່​​ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ ແຂວງ​ບີ່ງ​ດິງ ໄດ້​ສ້າງ​ລະ​ບົບຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂັ້ນ​ສູງ, ໄປ​ຖືກ​​ທິດ​ທາງພັດ​ທະ​ນາ ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ນັບ​​ແຕ່ນີ້​ເປັນ​ຕົ້ນ​ໄປ, ແຂວງ​ບີ່ງ​ດິງ ຈຳ​ເປັນ​ຕ້ອງ​ສຸມ​ໃສ່​​ການກໍ່ສ້າງຖັນ​ແຖວຊັບ​ພະ​ຍາ​ກອນ​ມະ​ນຸດ, ​ວາງ​ແຜນ​ຜັງ​ພັດ​ທະ​ນາ, ພິ​ເສດ​ແມ່ນ​​ສ້າງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ປອດ​ໄພ​, ໃກ້​ຊິດ​ສະ​ນິດ​ສະ​ໜົມ ແລະ ປົກ​ປັກ​ຮັກ​ສາສິ່ງ​ແວດ​ລ້ອມທາງ​ທະ​ເລ. ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​​ກົມ​ໃຫຍ່​​ທ່ອງ​ທ່ຽວ ສະ​ເໜີ​ວ່າ:

        ກ່ຽວ​ກັບ​ການ​ພັດ​ທະ​ນາ​ ໃຫ້ມີ​ຈຸດ​ສຸມ​ ພວກ​ຂ້າ​ພະ​ເຈົ້າ ເຫັນ​ວ່າ​ຈຳ​ເປັນ​ຕ້ອງ ມີ​ຄວາມຮັບ​ຮູ້ ແລະ ສ້າງ​ 2 ສູນ. ໜຶ່ງ​ແມ່ນ​ຢູ່​​ໃຈກາງ​ນະ​ຄອນ​ກຸ໋ຍ​ເຍີນ, ​ທີສອງ​ແມ່ນ​​ແຫຼມ ເຟືອງ​ມາຍ. ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທາງ​ທະ​ເລ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ​ດ້ານ​ວັດ​ທະ​ນະ​ທຳ ແລະ ບັນ​ດາ​ປັດ​ໃຈ​ພົ້ນ​ເດັ່ນ ຂອງ​ທ້ອງ​ຖິ່ນແຂວງບີ່ງ​ດິງ​ ພວມມີຢູ່. ​ແລ້ວຖ້າ​ສາ​ມາດ​ເຮັດ​ໄດ້​ແນວນັ້ນ​​ມັນ​ຈະ​ເປັນ​ໜູນຊ່ວຍເຊິ່ງກັນ ແລະ ກັນ​ໄດ້

ຂ່າວ/ບົດ​ອື່ນ