ເພີ່ມທະວີການຮ່ວມມືລົງທຶນ,ການຄ້າຫວຽດນາມ-ຍີ່ປຸ່ນ
(ພາບປະກອບ)
(vovworld) - ວັນທີ 11/12, ຢູ່ຮ່າໂນ້ຍ, ກົມພົວພັນຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ຈັດຕັ້ງການໂອ້ລົມສົນທະນາ “ພົບປະຍີ່ປຸ່ນ”, ເພື່ອແນໃສ່ໜູນຊ່ວຍ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການຮ່ວມມື ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ຫັນບັນດາຄວາມສາມາດບົ່ມຊ້ອນໃຫ້ກາຍເປັນການຮ່ວມມືລະອຽດໃນຕົວຈິງ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ, ຜູ້ຮັກສາການຫົວໜ້າກົມ, ກົມພົວພັນຕ່າງປະເທດ ໃຫ້ຮູ້ວ່າ, ປະຈຸບັນ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດານັກລົງທຶນຢືນອັນດັບ 2 ແລະ ແມ່ນຄູ່ຄ້າຢືນອັນດັບທີ 4 ຂອງຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ຫວັງວ່າ ການໂອ້ລົມສົນທະນາຄັ້ງນີ້ຈະແມ່ນໜຶ່ງໃນບັນດາໂອກາດເຊື່ອມຕໍ່ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນໄລຍຈະມາເຖິງ.
ສ່ວນທ່ານອຸປະທູດຍີ່ປຸ່ນ Katsuro Nagai ຫວັງວ່າ ການໂອ້ລົມສົນທະນາຄັ້ງນີ້ ແມ່ນໂອກາດເພື່ອຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງ 2 ຝ່າຍໃນການຮ່ວມມືພັດທະນາ ກໍຄືບັນດາການແລກປ່ຽນລະອຽດກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ.