ເພີ່ມທະວີການຮ່ວມມືລົງທຶນລະຫວ່າງບັນດາວິສາຫະກິດຍີ່ປຸ່ນແລະທ້ອງຖິ່ນຕ່າງໆຂອງຫວຽດນາມ

ເພີ່ມທະວີການຮ່ວມມືລົງທຶນລະຫວ່າງບັນດາວິສາຫະກິດຍີ່ປຸ່ນແລະທ້ອງຖິ່ນຕ່າງໆຂອງຫວຽດນາມ - ảnh 1
(ການ​ໂອ້​ລົມ​​ສົນ​ທະ​ນາລະ​ຫວ່າງ​ການ​ນຳ
​​ບັນ​ດາວິ​ສາ​ຫະ​ກິດ​ຍີ່​ປຸ່ນ ແລະ ທ້ອງ​ຖິ່ນ​ຂອງຫວຽດ​ນາມ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ ຢ່​າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ Shinzo Abe ແລະ ພັນ​ລະ​ຍາ ໃນ​ລະ​ຫວ່າງວ​ັ​ນ​ທີ 16 – 17/01, ຕອນ​ຄ່ຳ​ວັນ​ທີ 16/01, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ໄດ້​ຈັດ​​ຕັ້ງການ​ໂອ້​ລົມ​​ສົນ​ທະ​ນາລະ​ຫວ່າງ​ການ​ນຳ​​ບັນ​ດາວິ​ສາ​ຫະ​ກິດ​ຍີ່​ປຸ່ນ ແລະ ທ້ອງ​ຖິ່ນ​ຂອງຫວຽດ​ນາມ. ກ່າ​ວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ວັ​ນ​ຈູງ ໄດ້​ເນັ້ນ​ໜັກ​ວ່າ, ​ກາ​ລະ​ໂອ​ກາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ຍີ່​ປຸ​່ນ ເຂົ້າ​ມາ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກ​ໍ​ຄື​ໜູນ​ຊ່ວຍ, ເຊື່ອມ​ຕໍ່​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ສ່ວ​ນ​ທ່ານ​ຜູ້​ຊ່ວຍ​ວຽກ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຍີ່​ປຸ່ນ Hiroto Izumi ຖື​ວ່າ, ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ທ້ອ​ງ​ຖິ່ນ​ຂອງ​ຫວຽດ​ນາມ ສະ​ໜອງ​ຂໍ້​ມູນ​ໃຫ້​ວິ​ສາ​ຫະ​ກິດ​ຍີ່​ປຸ​່ນ ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ​ພັດ​ທະ​ນາ ກ​ໍ​ຄື​ນະ​ໂຍ​ບາຍ​​ປັງ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​​ຢ່າງ​ສະ​ດວກ​ສະ​ບາຍ.

ຂ່າວ/ບົດ​ອື່ນ