ເພີ່ມທະວີການຮ່ວມມືລະ ຫວ່າງ ອາຊຽນ ແລະ ຍີ່ປຸ່ນ

ເພີ່ມທະວີການຮ່ວມມືລະ ຫວ່າງ ອາຊຽນ ແລະ ຍີ່ປຸ່ນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 30/4, ຢູ່ Jakarta, ຄະ​ນະ​ເລຂາ​ອາຊຽນ ​ໄດ້​ອອກ​ແຈ້ງ​ຂ່າວ ​ໂດຍຕີ​ລາຄາ​ສູງ​ຜົນງານ​​ແຫ່ງ​ການ​ຢ້ຽມຢາມ ຂອງ​ຄະນະ​ຜູ້​ແທນ​ອາ​ຊຽນ ​​ເຖິງ​ຍີ່ປຸ່ນ ​ແລະ ຖື​ວ່າ​ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ອາ​ຊຽນ - ຍີ່ປຸ່ນ. ​ເຊິ່ງ​ແມ່ນໜຶ່ງ​​ໃນ​ບັນດາ​ສາຍ​ພົວພັນ 2 ຝ່າຍ​ສຳ​ຄັນ​ທີ່​ສຸດ ​ແລະ ຂະຫຍັນ​ຂັນ​ເຂື່ອນ​ທີ່​ສຸດ​ຂອງ ອາ​ຊຽນ. ກ່າວ​ຄຳ​ເຫັນ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ອາ​ຊຽນ ຢູ່​ນະຄອນຫຼວງ ​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ຢືນຢັນ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ​່ໜູນ​ຊ່ວຍບັນດາ​ຄວາມ​ມະນະ​ພະຍາຍາມ ສ້າງ​ປະຊາ​ຄົມ ອາ​ຊຽນ ​ແລະ ບົດບາດ​ໃຈ​ກາງຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຜ່ານ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​​ໃນ​ພາກ​ພື້ນ (ຫຼື RCEP), ພ້ອມທັງ​ສະ​ແດງ​ຄວາມ​ຫວັງ​ວ່າ: 2 ຝ່າຍ​ຈະ​ດຳ​ເນີ​ນການ​ເຈລະຈາ​ກ່ຽວ​ກັບ RCEP ​ໂດຍ​ໄວ. ສ່ວນ​ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ Surin Pitsuwan ​ໄດ້ຕີ​ລາຄາ​ສູງ​ເຈດ​ຕະນາ​ດີ ​ແລະ ການ​ຊ່ວຍ​ເຫຼືອຂອງ ຍີ່ປຸ່ນ ທີ່​ສະຫງວນ​ໃຫ້​ແກ່ ອາ​ຊຽນ, ​​ເຊິ່ງໄດ້​ສະ​ແດງ​ອອກ ຢູ່​ການ​ນຳ​ທຸກຂັ້ນ​ຂອງ​ຍີ່ປຸ່ນ, ພາກ​ລັດ ​ແລະ ​ພາກເອກະ​ຊົນ, ສະ​ແດງ​ໃຫ້​ເຫັນ​ວ່າ: ອາ​ຊຽນ ​ແລະ ຍີ່​ປຸ່ນ ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດຢ່າງ​ສະໜິດສະໜົມ​​ກ່ວາ​ເວລາ​ໃດ​ໝົດ​.

ຂ່າວ/ບົດ​ອື່ນ